( ເຕືອນສະຕິຄວາມຮັກ) ຄົນເຮົານັ້ນຈະມີເວລາ..ໃຊ້ຊີວິດຮ່ວມກັນໄດ້ຮອດຈັກມື້ ຢ່າຖ້າໃຫ້ຈາກລາແລ້ວຈຶ່ງຊອກຫາຄືນມາ
ເຊົ້າມື້ໜື່ງພັນລະຍາບອກກັບສາມີວ່າ ໃນມື້ນີ້ ຂ້ອຍຈະກັບບ້ານເດີ່່ ເພື່ອໄປຢ້ຽມແມ່ ແລ້ວເຈົ້າຂັບລົດໄປສົ່ງຂ້ອຍໄດ້ບໍ ເພາະຝົນຕົກໜັກແບບນີ້ ຈະເຮັດໃຫ້ຂຶ້ນລົດໂດຍສານບໍ່ສະດວກສາມີຂອງລາວນັ້ນໜ້າບູດມາຕັ້ງແຕ່ເຊົ້າ ແລະເຂົາກໍບໍ່ຕອບພັນລະຍາ
ແຕ່ຂຶ້ນສຽງ ຖາມພັນລະຍາກັບໄປວ່າ ມື້ວານເຈົ້າຊື້ເສຶ້ອໃໝ່ຫວາ ເຈົ້າຮັບປາກຂ້ອຍແລ້ວຕວາວ່າຈະບໍ່ໃຊ້ເງີນຟຸ້ມເຟືອຍຄືແຕ່ກ່ອນ ເຮົາຍັງຕ້ອງຜ່ອນເຮືອນ,ຜ່ອນລົດ ແລະຍັງຕ້ອງສົ່ງລູກຮຽນຄ່າໃຊ້ຈ່າຍຈະຫຼາຍ ແຕ່ເປັນຫຍັງບໍ່ຊ່ວຍກັນປະຢັດ ຂ້ອຍບໍ່ເຂົ້າໃຈ ແລະທັນໃດນັ້ນພັນລະຍາເຂົາກໍໄດ້ເວົ້າອອກມາແບບຄົນຮູ້ສຶກຜິດວ່າ “ຄວາມຈິງເຈົ້າໃຈຮ້າຍໃສ່ຂ້ອຍເລື່ອງນີ້ຫວາ” ແລະບອກສາມີວ່າ “ໃນມື້ນີ້ ມັນມີລົດໂດຍສານເຂົ້າເມືອງທ່ຽວດຽວແລະຂ້ອຍຕ້ອງຮີບໄປແລ້ວ ເຈົ້າບໍ່ຕ້ອງໄປສົ່ງກໍໄດ້”
ຈາກນັ້ນລາວກໍອອກບ້ານໄປໂດຍທີ່ສາມີບໍ່ສົນໃຈລາວເລີຍ ເພາະຍັງໃຈຮ້າຍຢູ່ແລະປະມານເຄິ່ງຊົ່ວໂມງຜ່ານໄປ ສາມີຂອງລາວໄດ້ຍິນສຽງແຊວນອກຫົນທາງເລີຍໄດ້ອອກໄປເບິ່ງ ຈຶ່ງໄດ້ຍິນຜູ້ຄົນຮ້ອງກັນວ່າຝົນຕົກໜັກນໍ້າມັນເຊາະເຈື່ອນ ຂົວເຂົ້າເມືອງໄດ້ຂາດລົງ ມີລົດເມຄັນໜື່ງຕົກລົງໄປໃນນ້ຳພ້ອມ
ເມື່ອສາມີໄດ້ຍິນກໍຕົກໃຈຫຼາຍ ຈຶ່ງໂດດອອກຈາກບ້ານໄປທັນທີພໍໄປຮອກແມ່ນ້ຳລົດເມຖືກເຈັບຂຶ້ນຈາກນ້ຳ
ເຫຼືອແຕ່ພຽງຊາກເຫຼັກແລະກະເປົາຕ່່າງໆແຈກຍາຍຢູ່ ມີການນຳຮ່າງຂອງຜູ້ເສຍ ຊີ ວິດ ຫຼາກຫຼາຍຂຶ້ນມາຈາກນ້ຳ ທັນໃດນັ້ນຊາຍໜຸ່ມກໍໄດ້ແຕ່ເຝົ້າເບິ່ງພັນລະຍາແຕ່ກໍບໍ່ພົບຈັກເທື່ອ ເຂົາເສຍໃຈຈົນບໍ່ມີສະຕິລໍຖ້າຖາມແຕ່ໜ່ວຍກູ້ໄພທີ່ເຮັດວຽກຢູ່ນັ້ນວ່າ “ເຫັນພັນລະຍາຂ້ອຍບໍ່ ໃສ່ເສື້ອສີແດງ ໂສ້ງສີດຳ”ແລະທຸກຄົນແກ່ງຫົວ ບອກວ່າບໍ່ເຫັນເລີຍ ຜ່ານໄປຕອນແລງກູ້ໄພໄດ້ຍຸດຕິການເຮັດວຽກເພາະບໍ່ເຫັນຜູ້ເສຍ ຊີ ວິດ ເພີ່ມແລ້ວ
ຊາຍໜຸ່ມໄດ້ຍ່າງໄຫ້ກັບບ້ານແບບຄົນບໍ່ມີວິນຍານ ແລ້ວຄິດວ່າເປັນຫຍັງບໍ່ຂັບລົດໄປສົ່ງ ໄປດ່າລາວເຮັດຫຍັງ ວ່າໃຊ້ເງີນຟຸ້ມເຟືອຍ ມັນພຽງເສື້ອໂຕດຽວ ແຕ່ກັບໄປຮອດບ້ານຄາດບໍ່ເຖິງພັນລະຍາໄດ້ນັ່ງຢູ່ໂຕະອາຫານແລະມີອາຫານເຕັມໂຕະແລະໃນມືລາວມີເສຶ້ອກັນໜາວເກົ່າຜືນໜື່ງແລະລາວກຳລັງຫຍິບຢູ່ແລະລາວຖາມສາມີວ່າໄປໃສມາ ແຕ່ເວົ້າຍັງບໍ່ທັນຈົບສາມີກໍເຂົ້າໄປກອດລາວຈົນແໜ້ນ ລາວບອກວ່າມື້ນີ້ເອົາເສືອໃໝ່ໄປສົ່ງຮ້ານຄືນແລະຂຶ້ນລົດເມບໍ່ທັນ.