ເຄັດລັບການສ້າງລາຍໄດ້ຂອງຄົນສ້າງຕົວທີ່ເລີ່ມຈາກສູນ ຕົ້ນທຶນບໍ່ຫຼາຍ

ເຄັດລັບການສ້າງລາຍໄດ້ຂອງຄົນສ້າງຕົວທີ່ເລີ່ມຈາກສູນ ຕົ້ນທືນບໍ່ຫຼາຍ

ເຮົາເລືອກເກີດບໍ່ໄດ້ໃນເມື່ອເກີດມາທຸກຫຼືອາດຈະມີບັນຫາຊີວິດທີ່ຜິດພາດ ຊີວິດຈະຕ້ອງເລີ່ມຕັ້ງຕົວສ້າງອາຊີບ ສ້າງຊີວິດຈາກ 0 ຈາກທີ່ບໍ່ມີຫຍັງເລີຍ, ບໍ່ມີໂອກາດ ບໍ່ມີໃຜໃຫ້ຄວາມຊ່ວຍເຫຼືອ

ຫາກຊີວິດບໍ່ດີຂະໜາດນັ້ນກໍຍັງພໍມີທາງເອົາໂຕລອດໄດ້ບໍ່ຍາກ ພຽງແຕ່ຕ້ອງມີຄວາມຮູ້ ຮູ້ວິທີເອົາໂຕລອດ,ຮູ້ວິທີຫາເງີນ,ຮູ້ວິທີໃຊ້ເງີນແລະບໍລິຫານເງີນທີ່ຫາມາໄດ້ ບໍ່ດົນກໍຈະຕັ້ງໂຕໄດ້ແນ່ນອນ ທຸກມື້ນີ້ການທຳມາຫາກິນໄດ້ງ່າຍກວ່າເກົ່າ ເງີນມີຢູ່ໃນອາກາດເຕັມໄປໝົດພຽງແຕ່ຄົນທີ່ມີຄວາມຮູ້ ຮູ້ວິທີຫາເງີນກໍສາມາດຫາເງີນໄດ້

ໃນຂະນະຄົນທີ່ບໍ່ຮູ້ວິທີຫາເງີນ ກໍເອົາແຕ່ນັ່ງໂທດຕົນເອງ,ໂພສຈົ່ມລົງເຟສບຸກວ່າເປັນຫຍັງເກີດມາທຸກ,ພໍ່ແມ່ບໍ່ລວຍ,ບໍ່ມີຕົ້ນທືນ ເຫັນຄົນນັ້ນລວຍ ຄົນນີໄດ້ດີ ກໍອິດສາແຕ່ຕົນເອງບໍ່ເຮັດຫຍັງໃຫ້ຊີວິດດີຂຶ້ນເລີຍ ແລ້ວກໍນັ່ງຖ້າໃກ້ເງີນຫຼົ່ນທັບ,ເລກກໍບໍ່ເຄີຍຊື້, ມໍລະດົກພໍ່ແມ່ກໍບໍ່ມີ ແລ້ວຊີວິດຊິໄປລວຍ ຮັ່ງມີຄືຄົນອື່ນ.

ເຊິ່ງສິ່ງສຳຄັນຄືຕ້ອງມີໃຈສູ້ແລະໝັ່ນຫາຄວາມຮູ້ກ່ຽວກັບວິທີຫາເງີນ ສ້າງໂແກາດໃຫ້ຕົນເອງ,ບໍ່ນັ່ງຖ້າ ນອນຖ້າໂອກາດໃຫ້ໃຜມາຢື່ນໃຫ້.
ຕ້ອງໃຊ້ແຮງເຂົ້າສູ້ໃຊ້ແຮງແລກເງີນ ຖ້າບໍ່ເລືອກວຽກ ກໍມີວຽກປະເພດໃຊ້ແຮງງານຖ້າຢູ່ຫຼາຍ, ບໍ່ມີທຶນກໍເຮັດໄດ້ເຊັ່ນ:ຮັບຈ້າງທຳຄວາມສະອາດເປັນຕົ້ນ ແຕ່ຕ້ອງຍອມຮັບວ່າເປັນວຽກທີ່ບໍ່ຕ້ອງມີທຶນແຕ່ເມື່ອເຮົາມີລາຍໄດ້ຫຼາຍຂຶ້ນ ການຫາຊື້ເຄື່ອງມືໄວ້ສຳລັບເຮັດອາຊີບນັ້ນໂດຍສະເພາະກໍຈະເຮັດໃຫ້ເຮົາສາມາດສ້າງວຽກງານໄດ້ລາຍຂຶ້ນ


ການບໍ່ມີຕົ້ນທຶນ,ບໍ່ມີເງີນ ບໍ່ແມ່ນບັນຫາ ແຕ່ຢ່າປ່ອຍໃຫ້ບໍ່ມຮີໂອກາດໃຫ້ເງີນເຂົ້າຫາເຮົາບໍ່ລວຍ ບໍ່ມີຫຍັງແຕ່ເຮັດບໍ່ເຮັດຫຍັງເລີຍ ນັ່ງໆ,ນອນໆຢູ່ບ້ານ ກໍບໍ່ມີໂອກາດຫາເງີນ ຢາກມີລາຍໄດ້ຕ້ອງຮູ້່ຈັກສ້າງໂອກາດດ້ວຍຕົນເອງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page