ສັ່ນສະເທືອນສະຫະລັດ! ເຜີຍການຄ້າຣັດເຊຍກັບອິນເດຍ ບໍ່ຈຳເປັນຕ້ອງເພິ່ງໂດລາອີກຕໍ່ໄປ

ສັ່ນສະເທືອນສະຫະລັດ! ເຜີຍການຄ້າຣັດເຊຍກັບອິນເດຍ ບໍ່ຈຳເປັນຕ້ອງເພິ່ງໂດລາອີກຕໍ່ໄປ

ຣັດເຊຍແລະອິນເດຍບໍ່ຈຳເປັນຕ້ອງເພິ່ງໂດລາອີກຕໍ່ໄປ ໂດຍກຳລັງປ່ຽນໄປໃຊ້ສະກຸນເງີນຂອງແຕ່ລະປະເທດໃນການຄ້າລະຫວ່າງກັນ ຈາກຄຳກ່າວອ້າງຂອງ ເປີນິມາ ອານັນ ປະທານຣຳນານາຊາດຂອງກຸ່ມ BRICS

“ເຮົາປະສົບຄວາມສຳເລັດໃນການຈັດຕັ້ງກົນໄກການຊຳລະຮ່ວມໃນສະກຸນເງີນຣູເບີນແລະຣູປີ ບໍ່ມີຄວາມຈຳເປັນສຳລັບປະເທດຂອງພວກເຮົາທີ່ຕ້ອງໃຊ້ສະກຸນເງີນໂດລາໃນການຊຳລະເງີນກັນແລະກັນ ມື້ນີ້ກົນໄກແບບດຽວກັນຂອງການຊຳລະເງີນຮ່ວມໃນຮູບແບບຣູເບີນແລະຫຟວນກຳລັງເລີ່ມໂດຍຈີນ” ລາວກ່າວ

“ນັ້ນໝາຍຄວາມວ່າປະເທດຕ່າງໆ ໃນກຸ່ມ BRICS ເປີດກວ້າງແກ່ຣັດເຊຍແລະມອບໂອກາດໃຫ້ປະເທດແຫ່ງນີ້ກ້າວຜ່ານຜົນກະທົບຂອງມາດຕາການຂວ້ຳບາດ” ອານັນ ກ່າວຕໍ່
ປະທານຟໍຣຳນານາຊາດ BRICS ບອກວ່າການຄ້າຮ່ວມລະຫວ່າງອິນເດຍແລະຣັດເຊຍເຕີບໃຫຍ່ຂຶ້ນ 5ເທົ່າໃນຊ່ວງ 40ປີທີ່ຜ່ານມາ

ປະຈຸບັນມອສໂກປ້ອນການສະໜອງນ້ຳມັນແກ່ອິນເດຍໃນປະລິມານທີ່ເພີ່ມຂຶ້ນຢ່າງວ່ອງໄວ ແລະສັ່ງຊື້ຜະລິດຕະພັນດ້ານກະສິກຳແລະຜະລິດຕະພັນອື່ນໆ ໃນປະລິມານຫຼາຍເປັນການແລກປ່ຽນ

ອານັນ ເນັ້ນວ່າ ນິວເຄລີມເບິ່ງຕົນໃນຖານະເປັນກາງໃນສົງຄາມມາດຕາການຂວ້ຳບາດໃນປະຈຸບັນລະຫວ່າງຕາເວັນຕົກກັບຣັດເຊຍແລະເຖິງແມ່ນວ່າຈະປະເຊີນແຮງກົດດັນໃຫ້ຂວ້ຳບາດມອສໂກແຕ່ອິນເດຍຍັງຄົງສານຕໍ່ຄວາມຮ່ວມມືໃນທຸກຂອບເຂດທີ່ຈຳເປັນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page