ມີເລື່ອງລາວຈາກຍິງສາວລູກຊາວຈີນຄົນໜື່ງ ລາວໄດ້ເລົ່າເຖິງທີ່ມາທີ່ໄປ ຂອງຄອບຄົວຕະກູນຂອງລາວເອງລວມເຖິງຄຳສອນຂອງພໍ່ລາວທີ່ເຄີຍສອນລາວມາຕະຫຼອດດັ່ງນີ້:
1.ສອນໃຫ້ຕື່ນເເຕ່ເຊົ້າ: ພໍ່ຂອງລາວຈະຕື່ນແຕ່ 4-5ໂມງໃນທຸກໆມື້ ພໍ່ຂອງລາວມັກຈະສອນສະເໝີວ່າຖ້າເຮົາຕື່ນກ່ອນກໍຈະໄດ້ເຮັດວຽກກ່ອນຄົນອື່ນ ມີເວລາຫຼາຍກ່ອນຄົນອື່ນມື້ລະ 1ຊົ່ວໂມງ ຊີວິດເຮົາກໍລ້ຳໜ້າຄົນອື່ນໄປຊົ່ວໂມງເຊັ່ນກັນ
2.ສອນໃຫ້ດູແລບ້ານຕົນເອງໃຫ້ດີ: ກ່ອນທີ່ຈະໄປດູແລບ່ອນອື່ນ ພໍ່ມັກຈະເວົ້າຢູ່ຕະຫຼອດວ່າໃຫ້ດູແລບ້ານຫຼືເຮືອນທີ່ຕົນເອງກຳເນີດມາໃຫ້ດີ ບໍ່ແມ່ນຈະຫອບເອົາເງີນໄປເຮັດບຸນວັດທີ່ໄກໆ ແຕ່ວັດໃນໝູ່ບ້ານຂອງຕົນບໍ່ເຄີຍຄິດທີ່ຈະດູແລຮັກສາ
3.ສອນໃຫ້ພີ່ນ້ອງຮັກກັນ: ພໍ່ມັກຈະເວົ້າຢູ່ສະເໝີວ່າເປັນພີ່ນ້ອງກັນ ກໍຕ້ອງຮັກກັນ ຢ່າຜິດຖຽງກັນ ເພາະຈະເຮັດໃຫ້ພໍ່ແມ່ເປັນຫ່ວງແລະຈາກໄປຢ່າງບໍ່ສະຫງົບໄດ້
4.ສອນໃຫ້ຄົບແຟນທີ່ດີ: ຖ້າຫາກຈະມີແຟນຈັກຄົນຕ້ອງເປັນຄົນທີ່ພາເຮົາໄປສູ່ຊີວິດທີ່ດີຂຶ້ນດ້ວຍ ບໍ່ແມ່ນພາດຶງກັນລົງ ເພາະຖ້າການມີແຟນແລ້ວຕ້ອງມານັ່ງຮ້ອງໄຫ້ຫຼືເສຍໃຈຫຼາຍກວ່າຍິ້ມກໍໃຫ້ຢູ່ຄົນດຽວດີກວ່າ
5.ສອນໃຫ້ເຮັດຢ່າງດຽວໃຫ້ດີໄປເລີຍ: ຖ້າຫາກຈະຂາຍອາຫານໃຫ້ຂາຍຈານດຽວ ຢ່າຂາຍຫຼາຍໆຢ່າ,ຢ່າຂາຍອາຫານຕາມສັ່ງ ເຮັດພຽງຢ່າງດຽວແຕ່ໃຫ້ມັນແຊບແທ້ ເຮັດພຽງຢ່າງດຽວກໍສາມາດລວຍໄດ້
6.ສອນໃຫ້ສົນໃຈເລື່ອງປາກທ້ອງກ່ອນ: ພໍ່ມັກຈະບອກໄວ້ສະເໝີວ່າ “ເຖິງໂສ້ງຈະຂາດ ກໍບໍ່ເປັນຫຍັງ ແຕ່ປາກທ້ອງຂອງເຮົາຕ້ອງອີ່ມໄວ້ກ່ອນ ຄົນໃນຄອບຄົວຕ້ອງອີ່ມ”
7.ສອນໃຫ້ຮູ້ຈັກລົງທືນ: ພໍ່ບອກວ່າຢ່າເອົາເງີນໄປຊື້ເຄື່ອງເພື່ອເປຕົນເອງຈົນໝົດ ສິ່ງຂອງພາຍນອກຊື້ມາໃຊ້ພຽງແປັບດຽວກໍເບືອແລ້ວ ຈະໃຫ້ຕາມກະແສໄປຕະຫຼອດຄົງບໍ່ເຫຼືອເງີນໄວ້ໃຫ້ເກັບ
8.ສອນໃຫ້ຄົບຄົນດີ: ພໍ່ສອນໄວ້ວ່າຄົນບໍ່ດີຢ່າເຂົ້າໄປພົວພັນນຳ ຖ້າຫາກລູກຈະອອກໄປມີຄອບຄົວກໍໃຫ້ຮູ້ຈັກເລືອກຄົບຄົນດ້ວຍ
9.ສອນໃຫ້ຟັງເພງເກົ່າໆ: ພໍ່ມັກຈະບອກໃຫ້ຟັງພວກເພງເກົ່າໆ ເພາະວ່າມັນມ່ວນແລະໜ້າຟັງມີຄວາມໝາຍດີທີ່ລຶກຊຶ້ງແລະໃຊ້ສອນໃນຊີວິດໄດ້ແທ້ ເພງແລະດົນຕີມ່ວນໆຈະຊ່ວຍໃຫ້ເຮົາຜ່ອຍຄາຍແລະຄາຍຄຽດໄດ້