ບົດຄວາມນີຍາກໃຫ້ຜູ້ຍິງໄດ້ອ່ານແລະເຂົ້າໃຈ..
ບາງຄົນຖາມວ່າຈະເຮັດແນວໃດດີເມື່ອເຂົາບອກວ່າເຂົາຮັກທັງເຮົາແລະອີກຄົນໜຶ່ງເຂົາຕັດສິນໃຈບໍ່ໄດ້ເລີຍວ່າຈະເລືອກໃຜດີ ແຕ່ຄຳຕອບກໍຄື “ເຂົາຮັກຕົນເອງຫຼາຍກວ່າ” ບາງຄົນບອກວ່າ “ເຂົາບໍ່ຢາກເຮັດໃຫ້ໃຜເສຍໃຈ” ແຕ່ເຂົາພຽງເສຍດາຍບໍ່ຢາກເສຍໃຜໄປເທົ່ານັ້ນເອງ
ບາງຄົນຖາມວ່າ “ເຂົາເປັນຫ່ວງເຮົາ ບໍ່ຢາກຖິ້ມເຮົາໄປ” ບອກເລີຍວ່າທີ່ເຂົາເຮັດຢູ່ມັນຍິ່ງກວ່າຖິ້ມອີກ ເພາະເຂົາເບິ່ງວ່າເຮົາເປັນຂອງຫຼິ້ນ,ຂອງຕາຍ ຄິດໃຫ້ໄດ້ບາງຄັ້ງເຮົາຫາຄຳຕອບບໍ່ໄດ້່ ເພາະວ່າເຮົານັ້ນຕັງຄຳຖາມຜິດ ບາງຄວາມສຳພັນກໍຮູ້ດີຢູ່ແກ່ໃຈວ່າມັນຈະຈົບລົງແນວໃດ ແຕ່ເຮົາກໍບໍ່ຍອມປ່ອຍມືເອງ
ບາງທີ່າເຮົາອາດຄິດວ່າເຮົາຮັກເຂົາຫຼາຍບໍ່ຮູ້ວ່າເປັນຫຍັງໃນໃຈເລິກໆຮູ້ດີຢູ່ແລ້ວວ່າ..ເຂົາບໍ່າໄດ້ຮັກເຮົາ
ບາງທີເຮົາອາດຈະບໍ່ໄດ້ຮັກເຂົາຫຼາຍຂະໜາດນັ້ນກໍໄດ້ ແຕ່ເຮົາຮັກ “ການທີມີໃຜ” ຕ່າງຫາກແລະເຮົາຢ້ານມທີ່ຈະບໍ່ມີໃຜ ຈຶ່ງບໍ່ຢາກປ່ອຍມືຈາກຄວາມຮັກ ຖ້າຄົນໆໜຶ່ງຮັກເຮົາແປວ່າເຂົາຮັກເຮົາແລພະກໍແປວ່າເຂົາເລືອກເຮົາແລ້ວ ບໍ່ເລືອກຄົນອື່ນ
ຕໍ່ໃຫ້ເຂົາຮູ້ສຶກດີກັບຄົນສອງຄົນໃນເວລາດຽວກັນຫຼາຍເທົ່າໃດ ແຕ່ສຸດທ້າຍແລ້ວ..ເຂົາຈະຮູ້ວ່າຕ້ອງເລືອກພຽງຄົນໆດຽວ
ສ່ວນອີກຄົນກໍຕ້ອງປ່ອຍໄປ ເຮັດໃຫ້ມັນຊັດເຈນ ເຖິງແມ່ນວ່າຈະຕ້ອງເຮນັດໃຫ້ອີກຄົນຕ້ອງເສຍໃຈ ໃຫ້ເຂົາພົບຄົນໃໝ່ທີ່ພ້ອມຮັກເຂົາພຽງຄົນດຽວດີກວ່າ ຖ້າເຂົາເສຍດາຍຈະເກັບໄວ້ທັງສອງຄົນ ເຂົາກຳລັງເຮັດໃຫ້ທັງສອງຄົນເສຍໃຈໃນເວລາດຽວກັນ