ນັກການເມືອງດື່ມນ້ຳເສຍຈາກແມ່ນ້ຳເພື່ອໂຊວ່າມັນສະອາດແຕ່ຈົບລົງທີ່ໂຮງໝໍ
ນັກການເມືອງອິນເດຍທ່ານໜຶ່ງຕັດສິນໃຈດື່ມນ້ຳຈາກແມ່ນ້ຳກາລີເບອິນ ເຊິ່ງເປັນແມ່ນ້ຳສາຍນ້ອຍໆ ໃນລັດປັນຈາບຂອງອິນເດຍ ເພື່ອສະແດງໃຫ້ຊາວບ້ານເຫັນວ່າແມ່ນ້ຳສັກສິດສາຍນີ້ສະອາດພໍທີ່ຈະດື່ມໄດ້ຢ່າງປອດໄພ

ກ່ອນທີ່ຈະມີລາຍງານລະບຸວ່າ ເຂົາຖືກສົ່ງໂຕໄປໂຮງໝໍທາງອາກາດໃນອີກບໍ່ຮອດມື້ຕໍ່ມາ ໃນຂະນະທີ່ຫົວໜ້າຜູ້ບໍລິຫານອິນເດຍຂອງລັດປັນຈາບໄດ້ຖືກສົ່ງໂຕເຂົ້າຮັກສາໃນໂຮງໝໍແບບສຸກເສີນ ໂດຍກ່ອນໜ້ານີ້ເຂົາໄດ້ຕັກນ້ຳຈາກແມ່ນ້ຳກາລີເບດື່ມໂຊນັກຂ່າວ ເຈົ້ານ້າທີ່ທ້ອງຖິ່ນ ແລະຜູ້ອາວຸໂສຊາວຊິກແລະໄດ້ສຽງຕົບມືຈາກຄົນອ້ອມຂ້າງແຕ່ເຂົາກັບບໍ່ຮູ້ວ່າແມ່ນ້ຳສາຍນີ້ມັນເປື້ອນແລະເຕັມໄປດ້ວຍມົນລະພິດຫຼາຍ

ຈົນເຮັດໃຫ້ຖືກນຳສົ່ງໂຮງໝໍເຮັດໃຫ້ອາການເຈັບທ້ອງຂັ້ນຮຸນແຮງຫຼັງຈາກດື່ມນ້ຳເສຍ ຈາກແມ່ນ້ຳສັກສິດ 1ແກ້ວ ເພື່ອພິສູດວ່ານ້ຳສະອາດ ແຕ່ໃນທາງພັກໄດ້ອອກມາປະຕິເສດວ່າເຂົາເຂົ້າໂຮງໝໍເພາະເປັນການກວດຮ່າງກາຍຕາມປົກກະຕິເທົ່ານັ້ນ ແນວໃດກໍຕາມແຫຼ່ງຂ່າວໂຮງໝໍໄດ້ອອກມາຢັ້ງຢືນວ່າເຂົາເຂົ້າຮັກສາໃນໂຮງໝໍເນື່ອງຈາກຕິດເຊື້ອໃນກະເພາະອາຫານ