ງານແຕ່ງລົ້ມ! ເຈົ້າສາວຫຼິ້ນໂຕ ຮຽກສິນສອດເພີ່ມຮ້ອຍລ້ານ ເຈົ້າບ່າວໃຈຮ້າຍຍົກເລີກງານ
ຮຽກໄດ້ວ່າເປັນອີກໜຶ່ງເລື່ອງທີ່ຖືກວິຈານຢ່າງໜັກ ເມື່ອເວັບໄຊຕ່າງປະເທດລາຍງານວ່າ ເກີດເຫດໃນງານແຕ່ງແຫ່ງໜຶ່ງໃນປະເທດຈີນ ເຈົ້າບ່າວໃຈຮ້າຍກາງງານແຕ່ງ ຫຼັງຈາກເຈົ້າສາວຫົວແຂງຮຍກຄ່າສິນສອດເພີ່ມໜ້າງານກວ່າຮ້ອຍລ້ານ

ໂດຍລະບຸວ່າໃນຕອນທຳອິດ ບັນຍາກາດໃນງານແຕ່ງດຳເນີນໄປດ້ວຍດີ ເຈົ້າບ່າວແລະເຈົ້າສາຍມີຄວາມສຸກຫຼາຍ,ມີທັງຍາດພີ່ນ້ອງແລະໝູ່ເພື່ອນ ມາຮ່ວມສະແດງຄວາມຍິນດີນຳ ແຕ່ໃນຂະນະທີ່ເຈົ້າສາວແລະເຈົ້າບ່າວຈະຖືກສົ່ງຂຶ້ນລົດອອກໄປ ເຈົ້າສາວອ້ງກັບເຈົ້າບ່າວວ່າຕ້ອງໃຫ້ສິນສອດເພີ່ມອີກ 60.000ຫຢວນ ປະມານຮ້ອຍລ້ານກີບ ເພື່ອເປັນຂອງຂັວນຕາມປະເພນີ

ງານນີ້ເຮັດໃຫ້ເຈົ້າບ່າວເຖິງກັບຕົກໃຈ ກ່ອນຈະຕອບກັບວ່າ ເຂົາບໍ່ເຄີຍຮູ້ເລື່ອງປະເພນີແບບນີ້ມາກ່ອນ ຫຼັງຈາກທີ່ເຈົ້າສາວໄດ້ຍິນດັ່ງນັ້ນຈຶ່ງຮູ້ສຶກໃຈຮ້າຍຂຶ້ນທັນທີ ພ້ອມກັບບອກວ່າຖ້າບໍ່ໄດ້ເງີນເພີ່ມ ລາວຈະບໍ່ຍອມຂຶ້ນລົດໄປກັບເຂົາເດັດຂາດ ຫຼັງຈາກນັ້ນທາງພີ່ນ້ອງຂອງເຈົ້າບ່າວໄດ້ເຂົ້າໄປຊ່ວຍເວົ້າ ໂດຍບອກກັບເຈົ້າສາວວ່າສິນສອດທີ່ໃຫ້ໄປກໍຫຼາຍພໍແລ້ວ
ແຕ່ທີ່ຂໍເພີ່ມນັ້ນຫຼາຍເກີນໄປເມື່ອໄດ້ຍິນດັ່ງນັ້ນເຈົ້າສາວມີທ່າທີບໍ່ພໍໃຈ ຈົນໃນທີ່ສຸດເຈົ້າບ່າວກໍທົນບໍ່ໄຫວນ້ຳຕາຊືມ ພ້ອມກັບໂຍນດອກໄມ້ຖິ້ມ ກ່ອນທີ່ຈະຍ່າງອອກຈາກງານແຕ່ງດ້ວຍຄວາມອັບອາຍຖິ້ມໃຫ້ເຈົ້າສາວເປັນໝ້າຍຂັນໝາກກາງງານແຕ່ງ