5 ວິທີຕອບແທນບຸນຄຸນພໍ່ແມ່ ໃນຕອນທີ່ພໍ່ແມ່ຍັງຢູ່
ດ້ວຍຍຸກສະໄໝທີ່ມັນປ່ຽນໄປ ໃຜກໍຕ້ອງມີຊີວິດຂອງຕົນເອງ ແລ້ວຄຳວ່າ “ກະຕັນຍູ” ນັ້ນອາດເຮັດໄດ້ຍາກ ແລະບໍ່ແມ່ນການຕອບແທນ ດ້ວຍເງີນທອງຢ່າງດຽວ ແຕ່ມັນຍັງລວມເຖິງການດູແລຕາມສົມຄວນດ້ວຍ
ເມື່ອເງີນບໍ່ແມ່ນເຄື່ອງພິສູດຄວາມກະຕັນຍູຂອງລູກແລ້ວ ຈະເຮັດແນວໃດດີ ໃຫ້ພໍ່ແມ່ມີຄວາມສຸກ ທັງຮ່າງກາຍແລະຈິດໃຈ ດັ່ງນັ້ນມາເບິ່ງກັນເລີຍວ່າຄວນສະແດງຄວາມຮັກແນວໃດ
1.ເຮັດໃນສິ່ງທີ່ທ່ານຍມີຄວາມສຸກ: ການເຮັດໃນສິ່ງທີ່ພໍ່ແມ່ມີຄວາມສຸກມັນຄືສິ່ງທີ່ດີ ມັນຄືຄວາມກະຕັນຍູທີ່ດີແລະພໍ່ແມ່ບາງຄົນເຂົາກໍມີສັງຄົມຂອງຕົນເອງ, ມີໝູ່ເພື່ອນຕ່າງໆ ເຊິ່ງສິ່ງໃດທີ່ເປັນຄວາມສຸກຂອງຄົນໄວນີ້ ກໍຄວນສະໜັບສະໜູນ ບໍ່ແມ່ນຈະເປັນການໄປທ່ຽວທ່ອງພັກຜ່ອນ,ອອກກຳລັງກາຍ ສິ່ງເຫຼົ່ານີ້ທີ່ຈະເຮັດໃຫ້ທ່ານມີຄວາມສຸກ
2.ເຂົ້າໃຈທຳມະຊາດຂອງພໍ່ແມ່: ເພາະຍິ່ງຖ່ານອາຍຸຫຼາຍ ກໍຍິ່ງມີຄວາມເປັນເດັກນ້ອຍ,ການຮຽກຮ້ອງຄວາມສົນໃຈ ເປັນສິ່ງທີ່ເຮົາຕ້ອງພົບເຈີແລະຂໍໃຫ້ກຽມໃຈໄວ້ ເພາະທາງທີ່ດີນັ້ນຄືຕ້ອງເຮັດຄວາມເຂົ້າໃຈໃຫ້ຫຼາຍ ວ່າພຶດຕິກຳທີ່ເກີດຂຶ້ນລ້ວນມາຈາກຄວາມຕ້ອງການຄວາມຮັກຈາກລູກ
3.ການສະແດງຄວາມຮັກຕໍ່ພໍ່ແມ່: ເພາະການສະແດງຄວາມຮັກ ແບບການກອດ,ຫອມ ແຕ່ວ່າຈະໃຫ້ຄົນທີ່ບໍ່ເຄີຍກອດ,ບໍ່ເຄີຍສະແດງຄວາມຮັກແບບນີ້ ສະແດງອອກມັນກໍຄົງບໍ່ງ່າຍ ດັ່ງນັ້ນລອງປ່ຽນມາເປັນການສຳພັດເລັກໆໜ້ອຍໆ ມັນກໍສະແດງເຖິງຄວາມຮັກໄດ້ດີເຊັ່ນກັນ
4.ໃສ່ໃຈພໍ່ແມ່ເມື່ອທ່ານເວົ້າ: ຄົນສະໄມນີ້ບໍ່ມັກຟັງ ເນັ້ນແຕ່ຈະເວົ້າແບບນັ້ນແບບນີ້ ລອງປ່ຽນວິທີຕົນເອງໃໝ່ ໂດຍສະເພາະຄົນທີ່ບໍ່ມີເວລາໃຫ້ພໍ່ແມ່ ຍິ່ງຕ້ອງປ່ຽນຕົນເອງໃຫ້ຫຼາຍ,ປ່ຽນມາເປັນຜູ້ຟັງເບິ່ງ ໃສ່ໃຈກັບການສົນທະນາຂອງທ່ານ ບໍ່ແມ່ນພຽງແຕ່ຟັງຜ່ານໆ ການທີ່ທ່ານໄດ້ລົມນັ້ນລົມນີ້ມັນຄືຄວາມສຸກຂອງທ່ານ
5.ໃຊ້ເວລາຢູ່ກັບທ່ານໃຫ້ຫຼາຍ: ເພາະສຳລັບຄົນທີ່ຍັງບໍ່ມີຄອບຄົວນັ້ນ ການທີ່ເຮົາໃຊ້ເວລາຢູ່ດ້ວຍກັນ ຢູ່ກັບພໍ່ແມ່ມັນບໍ່ຍາກດອກ ແຕ່ຫາກເປັນຄົນທີ່ມີຄອບຄົວ ການແບ່ງເວລານັ້ນສຳຄັນຫຼາຍ,ໃຫ້ເວລາກັບພໍ່ແມ່ນັ້ນມັນຄົງເປັນເລື່ອງທີ່ບໍ່ຍາກ