ຢາກເປັນຜູ້ໃຫຍ່ທີ່ໜ້າເຊື່ອຖື ຄວນເຮັດ 10ຂໍ້ນີ້

ຢາກເປັນຜູ້ໃຫຍ່ທີ່ໜ້າເຊື່ອຖື ຄວນເຮັດ10ຂໍ້ດັ່ງນີ້

1.ຢູ່ຫ່າງຈາກສິ່ງຮອບຕົວທີ່ບໍ່ດີ: ໃນຊ່ວງໄວເດັກແລະໄວລຸ່ມເຮົາທຸກຄົນກໍຢູ່ໃນສະພາບແວດລ້ອມທີ່ຕ່າງກັນໄປ ໄດ້ຮູ້ຈັກຜູ້ຄົນຫຼາກຫຼາຍໃນຊີວິດຕັ້ງແຕ່ນ້ອຍຈົນໃຫຍ່ທຸກຄົນຕ້ອງແຍກອອກຢ່າງແນ່ນອນວ່າສິ່ງໃດຄືສິ່ງແວດລ້ອມທີ່ດີຫຼືບໍ່ດີ

ລວມທັງບຸກຄົນໃດທີ່ເຮົາຄວນຄົບໃນລະດັບໃດ ຫຼືໝູ່ເພື່ອນບາງຄົນທີ່ຄວນຄົບຫາຫຼືຢຸດຄົບເພາະບໍ່ດັ່ງນັ້ນພວກເຂົາອາດຈະດືງເຮົາລົງຕໍ່າ ແຕ່ເຮົາກໍເຂົ້າໃຈວ່າການເລີກຄົບໝູ່ເພື່ອນທີ່ຄົບມາດົນບໍ່ແມ່ນເລື່ອງງ່າຍ ແຕ່ຢ່າລືມວ່າໝູ່ທີ່ດີຕ້ອງບໍ່ດືງເຮົາລົງຕໍ່າແລະຊີວິດຕ້ອງກ້າວໄປທາງໜ້າເພື່ອອານາຄົດ.

2.ດູດີຈາກພາຍໃນສູ່ພາຍນອກ: ແນ່ນອນວ່າບໍ່ມີໃຜໃນໂລກນີ້ມີຮ່າງກາຍສົມບູນແບບທຸກຄົນ ດັ່ງນັ້ນຄວນເບິ່ງແຍງຕົນເອງຈາກພາຍໃນສູ່ພາຍນອກດ້ວຍການມີຈິດໃຈທີ່ແຈ່ມໃສ,ມ່ວນຊື່ນ ມີຄວາມສຸກ ແລະ ຮັບປະທານອາຫານທີ່ມີປະໂຫຍດ.

3.ໃຫຍ່ແລ້ວ…ຕ້ອງເກັບອາລົມໃຫ້ເປັນ: ຕ້ອງຮຍນຮູ້ການສະແດງອາລົມຢ່າງຖຶກວິທີ ເຮົາເຊື່ອວ່າລາຍຄົນສາມາດສະແດງອອກຢ່າງສ້າງສັນແລະມີຄວາມສຸກໄດ້ດີແຕ່ກໍໜ້ອຍຄົນທີ່ຈະເຮັດໄດ້ ເສຍໃຈຜິດຫວັງເລື່ອງຄວາມຮັກກໍຮ້ອງໄຫ້ຊິເປັນຊີຕາຍແລະຫຼາຍອາການສິ່ງທີ່ສະແດງອອກວ່າເຮົາຍັງເປັນເດັກນ້ອຍຢູ່ຖ້າຢາກເປັນຜູ້ໃຫຍ່ຄວນຢຸດເຮັດພຶດຕິກຳແບບນັ້ນ.

4.ເປີດກວ້າງການສົນທະນາ: ສິນລະປະການເວົ້າການສົນທະນານັ້ນບໍ່ແມ່ນເລື່ອງຍາກທີ່ຄົນທົ່ວໄປຄິດ ເຮົາສາມາດເວົ້າເລື່ອງທີ່ເຂົາສົນໃຈເປັນພິເສດເທົ່ານັ້ນ ຫາກເປັນເລື່ອງອື່ນກໍຈະບໍ່ສົນໃຈ ຖ້າເຮົາໃຫຍ່ແລ້ວຄວນຮຽນຮູ້ຮັກສາບົດບາດສົນທະນາໃຫ້ເປັນ

5.ບອກລາຄວາມເສຍໃຈທັງໝົດ: ຄວາມຜິດພາດທີ່ເກີດຂືນມັນບໍ່ໄດ້ມີຜົນຫຍັງ ເວັ້ນແຕ່ເຮົາໄປນັ່ງຄິດນັ່ງຈື່ມັນຕໍ່ໄປ ທຸກຄົນມີຄວາມຜິດພາດໃນຊີວິດຫຼາຍຄັ້ງ ດ້ວຍທຳມະຊາດຂອງມະນຸດເຮົາມັກຈະຈື່ໃນເລື່ອງຄວາມຜິດແລະປ່ອຍໃຫ້ມັນມາເປັນຕົວທຳຮ້າຍຈິດໃຈຂອງເຮົາຢູ່ຕະຫຼອດ.

6. ດື່ມເຫຼົ້າເບຍຢ່າງເໝາະສົມ: ດົນໆໄດ້ໄປສ້າງສັນກັບໝູ່ເພື່ອນຄວນດື່ມໃນປະລິມານທີ່ພໍດີຈະສົ່ງຜົນດີຕໍ່ສຸຂະພາບ ແຕ່ບັນຫາມັນເກີດຂືນກັບຄົນສ່ວນໃຫຍ່ບໍ່ເຂົ້າໃຂການດື່ມແບບສົມມາພາຄວນ ດັ່ງນັ້ນຄວນດື່ມພຽງເລັກໜ້ອຍເທົ່ານັ້ນໂດຍສາມາດເບິ່ງຕົນເອງແລະຄວບຄຸມຕົນເອງໄດ້ຢ່າງດີແລະມີຄວາມໜ້າເຄົາລົບອີກດ້ວຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page