ໜຸ່ມຄວງແມ່ຖ່າຍຮູບແຕ່ງງານ ສານຝັນພໍ່ຜູ້ລ່ວງລັບທີ່ຢາກເຫັນແມ່ເປັນເຈົ້າສາວຈັກເທື່ອໜຶ່ງ

ໜຸ່ມໃສ່ຊຸດເຈົ້າບ່າວຄວງແມ່ຖ່າຍຮູບແຕ່ງງານ ເຜີຍເບື້ອງຫຼັງສຸດຊຶ້ງຕ້ອງການເຮັດຕາມຄວາມປາຖະໜາພໍ່ທີ່ລ່ວງລັບ ຫວັງໃຫ້ແມ່ໃສ່ຊຸດເຈົ້າສາວຈັກເທື່ອໜຶ່ງ

ໜຸ່ມຫວຽດນາມຄົນໜຶ່ງໄດ້ແຊບັນຍາກາດຖ່າຍຮູບພາບແຕ່ງງານ ແຕ່ສິ່ງທີ່ດຶງດູດຜູ້ຄົນຄື ບຸກຄົນໃນຮູບພາບບໍ່ໄດ້ມີຄວາມສຳພັນແບບຄົນຮັກແຕ່ເປັນແມ່ກັບລູກຊາຍ ເຊິ່ງຊາຍໜຸ່ມຄົນນີ້ກໍພ້ອມເລົ່າເບື້ອງຫຼັງສຸດຊຶ້ງໃຫ້ທຸກຄົນຟັງ

ໂດຍອະທິບາຍວ່າ ເຂົາຕ້ອງການສານຄວາມຝັນໃຫ້ກັບພໍ່ທີ່ລ່ວງລັບ ພໍ່ຮັກແມ່ຫຼາຍທັງສອງຝ່າຟັນອຸປະສັກດ້ວຍກັນມາຫຼາຍ ເຊິ່ງຄວາມປາຖະໜາຂອງພໍ່ຄືການໄດ້ຈັດງານແຕ່ງງານ ແລະເຫັນແມ່ໃສ່ຊຸດເຈົ້າສາວ

ແຕ່ຍ້ອນຄວາມທຸກຍາກເຮັດໃຫ້ພໍ່ບໍ່ມີໂອກາດນັ້ນ ພໍ່ຈຶ່ງສັນຍາກັບຕົນເອງໄວ້ວ່າ ຈະເກັບເງີນເພື່ອນຳມາຈັດງານແຕ່ງງານນ້ອຍໆໃຫ້ໄດ້ ແຕ່ມັນໜ້າໂສກເສົ້າທີ່ພໍ່ບໍ່ໄດ້ຢູ່ຮອດມື້ນັ້ນ ໃນມື້ທີ່ເຂົາມີພ້ອມທຸກຢ່າງເຂົາຈຶ່ງອາດເປັນຕົວແທນຂອງພໍ່ ພາແມ່ໃສ່ຊຸດເຈົ້າສາວຖ່າຍຮູບແຕ່ງງານເກັບໄວ້ເປັນທີ່ລະນຶກ

Leave a Reply

Your email address will not be published. Required fields are marked *

You cannot copy content of this page