ແບບນີ້ກໍໄດ້ຫວາ? ຈີນອາກາດຮ້ອນແຮງ ຜູ້ສູງອາຍຸແຫ່ເຂົ້າໄປຕາກແອຟຣີຈອງບ່ອນນັ່ງຊິວຄືຢູ່ບ້ານ

ແບບນີ້ກໍໄດ້ຫວາ? ຈີນອາກາດຮ້ອນແຮງ ຜູ້ສູງອາຍຸແຫ່ເຂົ້າໄປຕາກແອຟຣີຈອງບ່ອນນັ່ງຊິວຄືຢູ່ບ້ານ

ຈີນກຳລັງປະເຊີນຄື່ນຄວາມຮ້ອນຮຸນແຮງທີ່ສຸດໃນຮອບ 60ປີຫຼາຍ 10ເມືອງມີອຸນຫະພູມສູງເຖິງ 40ອົງສາ ເຊັ່ນ: ເຂດເປ່ຍເປ່ຍໃນສົງຊິ່ງ ລາຍງານວ່າມີອຸນຫະພູມສູງເຖິງ 45°C ໃນຂະນະທີ່ເສສວນກໍມີອຸນຫະພູມສູງເຖິງ 43.8°C

ດ້ວຍສະຖານະການຄື່ນຄວາມຮ້ອນແລະເຮັດໃຫ້ຜູ້ຄົນເປີດເຄື່ອງປັບອາກາດໃນສຳນັກງາານແລະບ້ານສູງຂຶ້ນ ຈຶ່ງມີການຮຽກຮ້ອງໃຫ້ພາກທຸລະກິດແລະພາກຄົວເຮືອນຊ່ວຍກັນປະຢັດພະລັງງານ ລ່າສຸດຜູ້ສູງອາຍຸໃນປະເທດຈີນພາກັນແຫ່ເດີນທາງໄປຮ້ານສັບພະສິນຄ້າ ພ້ອມຈັບຈອງບ່ອນນັ່ງດ້ວຍຕັ່ງກັນຢ່າງແໜ້ຍໜາ ຈົນຈະບໍ່ມີທາງຍ່າງ ເພື່ອຜ່ອນຄາຍຄວາມຮ້ອນໂດຍບໍ່ຕ້ອງເສຍຄ່າບໍລິການໃດໆ

ເຊິ່ງທາງຍ່າງແລະບໍລິເວນລານໂລ່ງຂອງຮ້ານເຕັມໄປດ້ວຍຊາຍ-ຍິງສູງອາຍຸນັ່ງຄາຍຮ້ອນແບບຊິວໆ ໃນຮ້ານສັບພະສິນຄ້າໃນສົງຊິ່ງ ຜູ້ສູງອາຍຸສ່ວນໃຫຍ່ນັ່ງຢູ່ພື້ນຫຼືນຳຕັ່ງມາເອງຈາກບ້ານ ພ້ອມມີການພັດສ່ວນຕົວເພື່ອລະບາຍຄວາມຮ້ອນໃຫ້ຫຼາຍຂຶ້ນ ແລະບາງຄົນຍັງພະຍາຍາມຍັດຕົນເອງເຂົ້າໄປທຸກບ່ອນທີ່ມີຊ່ອງວ່າງລະຫວ່າງຊັ້ນສິນຄ້າອີກດ້ວຍ

ເຊິ່ງມີການລະບຸວ່າ ຜູ້ສູງອາຍຸເຫຼົ່ານີ້ມີພຶດຕິກຳແບບນີ້ມາຕະຫຼອດເດືອນເພື່ອເອົາຊະນະຄວາມຮ້ອນ “ພວກເຂົາອອກໄປຍ່າງອ້ອມຮອບທາງຍ່າງຕ່າງໆຂອງຮ້ານຂະນະນັ່ງເທິງຕັ່ງທີ່ພວກເຂົານຳມາຈາກບ້ານ ໂດຍຈະກັບໄປຫຼັງ 19:00ນ ເປັນເວລາໜື່ງເດືອນແລ້ວ” ເຈົ້າຂອງຮ້ານກ່າວ ເຖິງແມ່ນວ່າຈະບອກໃຫ້ພວກເຂົາອອກໄປ ແຕ່ກໍບໍ່ມີປະໂຫຍດ ບາງຄົນກໍນອນຫຼັບໄປພ້ອມ

Leave a Reply

Your email address will not be published. Required fields are marked *

You cannot copy content of this page