5 ຄຳສອນທີ່ຄົນຈີນໃຊ້ສອນລູກ…ວ່າບໍ່ຄວນເວົ້າ ຍິ່ງເວົ້າຊີວິດຍິ່ງຕົກຕ່ຳ
5 ຄຳສອນຂອງຄົນຈີນໃນສະໄໝບູຮານ ທີ່ໄດ້ສອນລູກຫຼານເອົາໄວ້ວ່າ ບໍ່ຄວນເວົ້າອອກມາ ເພາະຖືວ່າເປັນການບໍ່ເໝາະສົມ,ບໍ່ຄວນຢ່າງຍິ່ງ ເຊິ່ງເຊື່ອວ່າມັນຈະເຮັດໃຫ້ຊີວິດຖົດຖອຍຫຼືຊີວິດຂອງຕົນເອງຕົກຕ່ຳລົງນັ້ນເອງເຊິ່ງມີດັ່ງລຸ່ມນີ້:
1.“ ຂີ້ຄ້ານ ” ບໍ່ຄວນເວົ້າ ແມ່ນວ່າຈະເວົ້າຫຼິ້ນເພາະຈະເຮັດໃຫ້ສ້າງຄວາມບໍ່ຮັບຜິດຊອບແກ່ຕົນເອງ
2. “ ເຮັດບໍ່ໄດ້ ” ຈະເປັນການໄລ່ຕົນເອງຈາກສິ່ງທີ່ເຮັດຫຼືປິດກັ້ນໃນການຮຽນຮູ້
3. “ ເມື່ອຍ ” ພໍເວົ້າຄຳນີ້ອອກມາຮ່າງກາຍກໍຈະຕອບສະໜອງດ້ວຍການອ່ອນແອລົງທັນທີ
4. “ ທໍ້ ” ເພາະພຽງຄຳນີ້ທີ່ດືງພະລັງທັງຮ່າງກາຍແລະຈິດໃຈຈະຖົດຖອຍສູງຂຶ້ນ
5. “ ຍາກ ” ພໍເວົ້າຄຳວ່າຍາກຈະເປັນການປິດກັ້ນຄວາມສາມາດທັນທີ
ນີແລະ 5ຄຳສອນຂອງຄົນຈີນ ທີ່ສອນລູກຫຼານວ່າບໍ່ຄວນເວົ້າເພາະມັນຈະເຮັດໃຫ້ບັ່ນທອນຈິດໃຈແລະເຮັດໃຫ້ຊີວິດຕົນເອງຖົດຖອຍຫຼືຕົກຕ່ຳ ເຊິ່ງເປັນການແຊ່ງຕົນເອງໄປໃນຕົວດ້ວຍ.