ເຄີຍບໍ່ຢູ່ໃນຊ່ວງທີ່ຕົກຕ່ຳໃນໜ້າທີ່ການງານຫຼືບໍ?ຖ້າເຮົາພົບວ່າຕົນເອງບໍ່ສາມາດກ້າວໄປທາງໜ້າໄດ້ ນັ້ນໝາຍຄວາມວ່າອາດຈະມີອັນໃດຈັກຢ່າງທີ່ດືງເຮົາໄວ້ໂດຍທີ່ເຮົາບໍ່ໄດ້ຮູ້ຕົວເລີຍ
ຄົນຫຼາຍຄົນມັກຈະມີນິໄສຄິດລົບ ທີ່ເຮັດໃຫ້ເຮົາບໍ່ກ້າວນ້າໃນອາຊີບຫຼືທຸລະກິດດັ່ງນັ້ນຈື່ງເປັນເລື່ອງດີທີ່ເຮົາຄວນຈະຄິດແລ້ວເລືອກທີ່ຈະປະເຊີນໜ້າ ກຳຈັດມັນອອກໄປ ປັບປຸງຕົນເອງໃຫ້ດີຂື້ນ.
1.ເຮົາບໍ່ມີຄວາມຮູ້ພື້ນຖານ: ຖ້າເຮົາສ້າງເຮືອນແຕ່ບໍ່ມີພື້ນຖານໃນການສ້າງຖານະຮາກຖານທີ່ດີພໍ ແນ່ນອນວ່າຈັກມື້້ໜື່ງມັນອາດຈະເກີດບັນຫາຕາມມາຢ່າງຫຼີກລ້ຽງບໍ່ໄດ້ເຊັ່ນດຽວກັນກັບງານລືອາຊີບຂອງເຮົາ ຖ້າເຮົາບໍ່ໃຊ້ເວລາເພື່ອສຶກສາເລື່ອງພື້ນຖານຕ່າງໆໃຫ້ຈະແຈ້ງເຮົາກໍຈະກ້າວໄປໄດ້ຊ້າ.
2.ເປົ້າໝາຍຂອງເຮົາຍັງຄຸມເຄືອ: ການຕັ້ງເປົ້າໝາຍທີ່ຊັດເຈນແລະສະເພາະເຈາະຈົງນັ້ນເປັນປັດໄຈຫຼັກໃນຄວາມກ້າວນ້າທາງອາຊີບການງານ ແລະໃນທາງກັບກັນ ຖ້າເຮົາບໍ່ມີເປົ້າໝາຍທີ່ຊັດເຈນ ເຮົາກໍຈະຂາດແຮງຈູງໃຈແລະບໍ່ມີຈຸດໝາຍທີ່ເຮົາຢາກໄປເຖິງ.
3.ເຮົາສົນໃຈສິ່ງທີ່ຄົນອື່ນຄິດຫຼາຍເກີນໄປ: ຈົ່ງຈື່ໄວ້ວ່າເຮົາບໍ່ມີທາງເຮັດໃຫ້ທຸກຄົນພໍໃຈໄດ້ທັງໝົດ ເຮົາຕ້ອງເຮັດໃນສິ່ງທີື່ເຮົາຢາກເຮັດຢ່າງສຸດຄວາມສາມາດ ອົດທົນກັບຄຳວິຈານ ແຕ່ກໍໃຫ້ຄວາມເຄົາລົບຕໍ່ຄວາມຄິດເຫັນຂອງຜູ້ອື່ນດ້ວຍ ຢ່າໃຫ້ຄວາມເຫັນຂອງຜູ້ອື່ນມີຜົນຕໍ່ເຮົາຫຼາຍເກີນໄປ ບໍ່ດັ່ງນັ້ນມັນຈະເຮັດໃຫ້ເຮົາຮູ້ສຶກຢ້ານແລ້ວບໍ່ກ້າລົງມືເຮັດ.
4.ເຮົາພະຍາຍາມແກ້ໄຂບັນຫາຕ່າງທໂດຍທີ່ບໍ່ຕ້ອງປຶກສາໃຜ: ຄົນທີ່ປະສົບຜົນສຳເລັດນັ້ນມີສິ່ງໜື່ງທີ່ຄ້າຍຄືກັນກໍຄື ພວກເຂົາມີທີ່ປຶກສາຫຼາຍຄົນມັກຈະທົນກັບການກ້າວໄປສູ່ຄວາມສຳເລັດດ້ວຍຕົວຄົນດຽວນັ້ນບໍ່ຕ່າງຈາກການປີນເຂົາແລະຈະເຮັດໃຫ້ເຮົາປະສົບຄວາມສຳເລັດໄດ້ຍາກຫຼືບໍ່ມີທາງໄປເຖິງຈຸດນັ້ນໄດ້ເລີຍ.
5.ເຮົາຈັດການເວລາບໍ່ເປັນ: ບໍ່ຕ້ອງບອກກໍຮູ້ວ່າການທີ່ເຮົາຈະປະສົບຜົນສຳເລັດນັ້ນເປັນສິ່ງທີ່ຕ້ອງໃຊ້ເວລາ ຄົນຫຼາຍຄົນມັກຈະເວົ້າາວ່າເປັນໄປບໍ່ໄດ້ທີ່ຈະເຮັດຕາມຄວາມຝັນເພາະພວກເຂົາບໍ່ມີເວລາພໍ ແຕ່ວ່າ ມັນແມ່ນແທ້ຫຼືບໍ? ຄວາມຈິງແລ້ວເວລາບໍ່ແມ່ນຂອງຂັວນທີ່ເຮົາໄດ້ມາຈາກໃຜຈັກຄົນ ແຕ່ມັນເປັນສິ່ງທີ່ເຮົາຕ້ອງສ້າງຂືນມາເອງຕ່າງຫາກ.
6.ຖ້າເຮົາຢຸດຮຽນ: ການຮຽນຮູ້ຕະຫຼອດຊີວິດຄືເຮົາລັກສະນະສຳຄັນຂອງຄົນທີ່ປະສົບຄວາມສຳເລັດ ຖ້າເຮົາຄິດວ່າຕົນເອງຮູ້ທຸກຢ່າງແລ້ວ ເຮົາຈະບໍ່ມີທາງກ້າວໄປຂ້າງໜ້າໄດ້ເລີຍ ບໍ່ວ່າຈະເປັນໃນທາງອາຊີບຫຼືວ່າການໃຊ້ຊີວິດ.