( ຂຽນໄວ້ດີຫຼາຍ) ຊີວິດຄົນເຮົາຢູ່ທີ່ເຮົາເລືອກ ຖ້າຢາກຊີວິດດີຂຶ້ນ ຕັດຄົນບໍ່ດີອອກໄປຈາກຊີວິດກ່ອນ
ຖ້າເຮົາຕັດສິນໃຈໄປກັບແມງວັນ..
ມັນອາດຈະພາເຮົາໄປກິນຂີ້ ຕອມສິ່ງທີ່ເໜືອແລະເໜົ່າເໝັນ
ຖ້າເຮົາເລືອກໄປກັບເເມງກະເບື້ອ..
ມັນຈະພາເຮົາໄປສວນດອກໄມ້ ເຮົາຈະຮູ້ຈັກກິ່ນຫອມໆ, ເກສອນດອກໄມ້ຫວານໆ
ຖ້າເຮົາເລືອກໄປກັບ ນົກກະຈອກ..
ເຮົາຈະໄດ້ເຫັນມຸມມອງຊີວິດແບບນົກກະຈອກ ໄດ້ບິນຢູ່ໃນລະດັບດຽວກັບນົກກະຈອກ
ຖ້າເຮົາເລືອກໄປກັບນົກອິນຊີ..
ເຮົາກໍຈະໄດ້ມີຊີວິດ ແບບນົກອິນຊີ ບິນລະດັບດຽວກັບນົກອິນຊີ
ນັ້ນເປັນເລື່ອງສົມມຸດຂຶ້ນໃຫ້ເຮົາໄດ້ເຫັນພາບທີ່ຊັດຂຶ້ນ
ການເລືອກຄົບຄົນ,ໝູ່ເພື່ອນແລະເລືອກຄູ່ຊີວິດ
ເລືອກຄົບໝູ່ຕິດຢ າ ຕໍ່ໃຫ້ເຮົາບໍ່ຫຼິ້ນກັບມັນ ເຮົາຕ້ອງຍອມຮັບຜົນທີ່ຕາມມາ..ມື້ໜື່ງເຮົານັ່ງລົດໄປກັບໝູ່ ໝູ່ຂົນຢ າ ກໍຕ້ອງຖືກໂທດນຳ
ຄົບໝູ່ຕິດການພະ ນັນກໍຕ້ອງຍອມຮັບວ່າ ຈັກມື້ໜື່ງມັນຈະໂກງເຮົາ, ຈັກມື້ໜື່ງມັນຈະຕົວະເຮົາ ລັກເຄື່ອງຂອງໃນບ້ານ ຫາເງີນໄປໃຊ້ໜີ້ການພະ ນັນ
ຖ້າເຮົາເລືອກຄົບໝູ່ເພື່ອນທີ່ຕັ້ງໃຈທຳມາຫາກິນ ສົນໃຈເລື່ອງທຳມາຫາກິນ,ດຸໝັ່ນ ເຮົາຈະມີແນວທາງໃນການຫາເງີນມີອານາຄົດເປັນເສດຖີຕໍ່ໄປ
ເລື່ອງຄູ່ຮັກກໍບໍ່ຕ່າງກັນ ຖ້າເຮົາເລືອກຄົນດີໆ ຄົນທີ່ຕັ້ງໃຈທຳມາຫາກິນ
ເຂົາກໍຈະພາເຮົາຄ້າຂາຍ,ພາເຮົາເຮັດທຸລະກິດ ໄປພົບໄປຮູ້ຈັກກັບນັກທຸລະກິດ
ເຮົາເລືອກເອົາເອງວ່າ.. ເຮົາຢາກມີໝູ່ເພື່ອຫຼືຢາກມີຄູ່ຊີວິດ ຢາກມີສັງຄົມ ແລະຢາກມີອານາຄົດແບບໃດ
ຫາກຢາກມີຊີວິດທີ່ດີ ຢາກປະສົບຄວາມສຳເລັດ ສິ່ງທຳອິດເລີຍເຮົາຕ້ອງເຮັດຄື ຕັດຄົນບໍ່ດີ, ຕັດຄົນທີ່ບໍ່ມີຄຸນນະພາບ ອອກຈາກຊີວິດເຮົາກ່ອນ
ໝູ່ເພື່ອນທີ່ຊວນໄປເຮັດແຕ່ເລື່ອງບໍ່ດີ, ໝູ່ເພື່ອນທີ່ຄົບໄປແລ້ວບໍ່ມາອານາຄົດ ເລີກວຽກຊວນແຕ່ກິນເຫຼົ້າ,ບໍ່ຄິດເລື່ອງທຳມາຫາກິນ,ບໍ່ຄິດພັດທະນາຕົນເອງ ໝູ່ພວກນີ້ຄວນຕັດອອກຈາກຊີວິດເຊິ່ງມີຜົນກັບຊີວິດເຮົາບໍ່ແມ່ນໜ້ອຍ.