ປູຕິນ ລົງນາມຍົກລະດັບກຳລັງພົນຄັ້ງໃຫຍ່ ຂະນະທີ່ປະຕິບັດງານ ທາງທະຫານຍືດເຍື້ອ

ປະຕິບັດງານທາງທະຫານຣັດເຊຍທີ່ຍືດເຍື້ອມາດົນນານເຖິງເຄິ່ງປີ ເຮັດໃຫ້ທັງຢູເຄຼນແລະຣັດເຊຍສູນເສຍກຳລັງພົນໄປບາງສ່ວນ ລ່າສຸດຜູ້ນຳຣັດເຊຍໄດ້ລົງນາມຍົກລະດັບກຳລັງພົນຂອງປະເທດ

ປູຕິນ ລົງນາມຍົກລະດັບກຳລັງພົນຄັ້ງໃຫຍ່ເດີນໜ້າເພີ່ມກຳລັງພົນ ສະເໜີສັນຍາໄລຍະສັ້ນ
ປະທານາທິບໍດີວະລາດິມີ ປູຕິນ ຂອງຣັດເຊຍ ລົງນາມໃນຄຳສັ່ງເພີ່ມເຈົ້າໜ້າທີ່ທະຫານຈາກທັງໝົດກວ່າ 2ລ້ານຄົນ

ຂະນະທີ່ປະຕິບັດການທາງທະຫານໃນຢູເຄຼນດຳເນີນມາຄົບ 7ເດືອນ ໂດຍບໍ່ມີສັນຍານວ່າຈະສິນສຸດລົງເມື່ອໃດ
ຄຳສັ່ງດັ່ງກ່າວຈະມີຜົນໃນວັນທີ 1ມັງກອນ 2023 ເຊິ່ງຈະເຮັດໃຫ້ກຳລັງພົນແນວໜ້າຂອງຣັດເຊຍເພີ່ມຂຶ້ນເປັນ 1.5ລ້ານຄົນ ນັບເປັນການຍົກລະດັບກຳລັງພົນຄັ້ງຍິ່ງໃຫຍ່ ຕັ້ງແຕ່ມີການຂະຫຍາຍກອງທັບໃນປີ 2017

ຫຼາຍພື້ນທີ່ທົ່ວຣັດເຊຍໄດ້ເປີດຮັບສະໝັກກຳລັງພົນໂດຍສະເໜີສັນຍາໄລຍະສັ້ນ ໃຫ້ແກ່ຊາຍອາຍຸ 18-60ປີ ດ້ານໜ່ວຍຂ່າວກອງຂອງຕາເວັນຕົກລະບຸວ່າ ບໍລິສັດເອກະຊົນດ້ານດານທະຫານເຊັ່ນ Wagner Group ໄດ້ເສີມແນວໜ້າຂອງກອງທັບຣັດເຊຍ ໃນຂະນະທີ່ຣັດເຊຍກຳລັງປະເຊີນໜ້າໃນການຂາດແຄນກຳລັງພົນ

Leave a Reply

Your email address will not be published. Required fields are marked *

You cannot copy content of this page