ນາຍົກ UK ບໍ່ໝັ້ນໃຈວ່າຜູ້ນຳຝຣັ່ງເປັນເພື່ອນຫຼືສັດຕູ ຂໍເບິ່ງທີ່ການກະທຳ
ລິ ທັສ ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງສະຫະລາດຊະອານາຈັກ ແລະໜື່ງໃນສອງຜູ້ສະໝັກຊິງຕຳແໜ່ງຫົວໜ້າພັກອານຸລັກ, ພັກລັດຖະບານ ແລະນາຍົກລັດຖະມົນຕີຄົນໃໝ່ ຂອງສະຫະລາດຊະອານາຈັກ ລະບຸບໍ່ໝັ່ນໃຈວ່າ ປະທານາທິບໍດີ ເອມມານູເອດ ມາຄົງ ເປັນໝູ່ຫຼືສັດຕູ
ທັສ ຕອບຄຳຖາມດັ່ງກ່າວໃນງານຫາສຽງແຫ່ງໜື່ງເພື່ອຊິງຕຳແໜ່ງຫົວໜ້າພັກອານຸລັກນິຍົມ ໂດຍຕອບວ່າ ເລື່ອງນີ້ບໍ່ໄດ້ຕັດສິນໃຈ ກ່ອນອະທິບາຍເພີ່ມເຕີມວ່າ ຈະເຊື່ອໝັ້ນໃນໂຕທ່ານມາຄົງຫຼືບໍ່ ຖ້າໄດ້ເປັນນາຍົກລັດຖະມົນຕີ ລາວຈະເບິ່ງທີ່ການກະທຳຫຼາຍກວ່າຄຳເວົ້າຂອງທ່ານມາຄົງ
ທັ້ງນີ້ ຕັ້ງແຕ່ສະຫະລາດຊະອານາຈັກຖອນຕົວຈາກສະຫະພາບຢູໂຣບຫຼືອີຢູ ສະຫະລດອານາຈັກແລະຝຣັ່ງເສດໄດ້ເກີດບັນຫາຂັດແຍ້ງທາງການທູດກັນຫຼາຍຮອບ ທັງໃນເລື່ອງການພົມແດນແລະການບໍລິຫານຈັດການຜູ້ອົບພະຍົບແລະຜູ້ຂໍລີ້ໄພ.