ກອງທັບຈີນຂົນເຮືອບິນຮົບລຸ່ນໃໝ່ມາສະແດງໃຫ້ເຫັນຄວາມເຂັ້ມແຂງພາຍໃນງານສະແດງການບິນ ທີ່ຈັດຂຶ້ນໃນມົນທົນຈີ໋ຫຼິນ ທີ່ຢູ່ທາງຕາເວັນອອກສຽງເໜືອຂອງຈີນ
ກອງທັບປົດປ່ອຍປະຊາຊົນຂອງຈີນ ຂົນເຮືອບິນຂົນສົ່ງລຸ່ນ ວາຍ-20 ເຮືອບິນຮົບຫຼົບຫຼີກເດລາລຸ່ນ ເຈ-20 ແລະເຮືອບິນເຕີມເຊື້ອໄຟທາງອາກາດລຸ່ນໃໝ່ ຫຍຸນຫຍູ-20 ມາສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງໃນງານສະແດງການບິນ 2022
ສາງຊຸນ ແອໂຊ ຮອບສື່ມວນຊົນທີ່ຈັດຂຶ້ນ ທີ່ເມືອງ ສາງຊຸນ ມົນທົນ ຈີ໋ຫຼິນ ທາງຕາເວັນອອກສຽງເໜືອຂອງຈີນ
ສຳລັບຮອບທີເປີດໃຫ້ຜູ້ຄົນທົ່ວໄປເຂົ້າຊົມ ຈະເລີ່ມຕົ້ນຂຶ້ນໃນເດືອນສິງຫາ ໂດຍມີຈຸດປະສົງເພື່ອສະແດງຄວາມສຳເລັດໃນຊ່ວງໄລຍະເວລາ 10ປີທີ່ຜ່ານມາຂອງກອງທັບອາກາດຈີນ
ໜື່ງໃນການສະແດງຫຼັກຂອງງານນີ້ ກໍຄື ການສະແດງສັກກາຍະພາຍຂອງເຮືອບິນເຕີມເຊື້ອໄຟທາງອາກາດ ຫຍຸນຫຍູ-20 ທີ່ຈີນຫາຈະນຳເຂົ້າຮ່ວມການຊ້ອມຮົບບໍລິເວນຊ່ອງແຄບໄຕ້ຫວັນເມື່ອບໍ່ດົນມານີ້ ແລະໃນງານນີ້ຈະເປັນງານເປີດຕົຕໍ່ໜ້າສາທາລະນະຊົນເປັນຄັ້ງທຳອິດ ລະຫວ່າງສະແດງບິນໂຊເປັນກຸ່ມຂອງເຮືອບິນລຸ່ນ ຫຍຸນຫຍູ-20, ເຈ-20ແລະ ເຈ-16 ໃຫ້ຜູ້ເຂົ້າຊົມງານໄດ້ຖ່າຍຮູບພາບເກັບເປັນທີ່ລະນຶກ.