ສາຍປາຕີ້ຕ້ອງອ່ານ! ຜົນຮ້າຍຂອງກາເຟທີ່ກຳລັງເປັນກະແສ

ສາຍປາຕີ້ຕ້ອງອ່ານ! ຜົນຮ້າຍຂອງກາເຟທີ່ກຳລັງເປັນກະແສ

ຈາກທີ່ເຫັນຂ່າວໄວລຸ້ນ ຢູ່ລາວ ເຮົາ ເສຍຊີວິດຍ້ອນ ກີນຢາປະເພດປະສົມໃນແອວ ກໍຮໍ ໂດຍສະເພາະທີ່ເອີ້ນກັນວ່າ ກາເຟ ປາຕີ້ ຕາມສອບຖາມພໍ່ ຄ້າຂາຍ ຂາຍລາຍງານ ວ່າ: ປະເພດກາເຟ ປາຕີ້ຊະນິດນີ້ເປັນຢ າເ ສ ບຕິດ ມັນມີຫົວເຊື້ອຢ າ ບ້ າ-ຢ າ ອີ.

ໃນສ່ວນປະສົມ ພວກທີ່ເຄີຍຊື້ ກີນ ດື່ມ ເປັນເມັດມັກເອີ້້ນວ່າ “ເຂົ້າຫນົມອົມ” ຫຼື ສະເກັດນໍ້າກ້ອນ ສີການປົນເຈືອຈືດຈາງ ກ່ອນຈະກີນຢາພວກນີ້ເຂົາຈະມີການບົດຕຳແລ້ວປະສົມກັບຜົງກາເຟທົ່ວໄປ. ຈາກນັ້ນ, ບັນຈຸເຂົ້າໃນຖົງກາເຟ 3 in 1, ນ້ຳໜັກປະມານ 17-18 ກຣາມຕໍ່ຊອງ, ສ່ວນກາເຟແມ່ນຊື້ກາເຟທົ່ວໄປສາມາດຫາຊື້ໄດ້ງ່າຍຕາມຮ້ານຄ້າທົ່ວໄປ.

ລັກສະນະການປະຕິບັດການປະສົມດື່ມແມ່ນແຕກຕ່າງຈາກຮູບແບບ ຢ າ ອີ, ດື່ມແລ້ວອາການບໍ່ເຈັບບໍ່ປວດ, ແຕ່ມີການກະຕຸ້ນເສັ້ນປະສາດອ່ອນໆ.ແຕ່ເມົາມືນ ຖ້າດື່ມຫຼາຍຈະມີອາການໃຈຮ້າຍຫຼາຍກວ່າຢ າ ອີ ເມັດ ລະງັບປະສາດ ບໍ່ຢາກນອນ ມີແຕ່ດີດກີນເບຍໄດ້ຫຼາຍ ສານດັ່ງກ່າວຈະຢູ່ໃນຮ່າງກາຍພຽງແຕ່ 2-3 ມື້, ແຕກຕ່າງຈາກຮູບແບບຢ າ E ທີ່ຢູ່ໃນຮ່າງກາຍເຖິງ 5-7 ມື້.

ມີຜົນອັນຕະລາຍເຖິງຊີວິດ ທຳລາຍລະບົບປະສາດ, ສະໝອງເຊື່ອມ, ຕັບອ່ອນເພຍ, ທຳຮ້າຍຫົວໃຈ ແລະ ມີຜົນຕໍ່ກະເປົາເງິນອີກ ຢ າ ນີ້ກຳລັງລະບາດໜັກໃນກຸ່ມໄວລຸ້ນສັງຄົມລາວ ວອນຜູ້ປົກຄອງເບິ່ງແຍງລູກຫຼານດ້ວຍ.

ທີ່ມາ: ສະເກັດຂ່າວ Hot News

Leave a Reply

Your email address will not be published. Required fields are marked *

You cannot copy content of this page