ໄຕ້ຫວັນກຽມຕິດຕັ້ງໂດຼນນອກຊາຍຝັ່ງຫຼັງມີພາບທະຫານແກວ່ງຫີນໃສ່ໂດຼນຈີນທີ່ບິນມາໃກ້ເກາະ

ໄຕ້ຫວັນກຽມຕິດຕັ້ງໂດຼນນອກຊາຍຝັ່ງຫຼັງມີພາບທະຫານແກວ່ງຫີນໃສ່ໂດຼນຈີນທີ່ບິນມາໃກ້ເກາະ

ໄຕ້ຫວັນມີແຜນຕິດຕັ້ງລະບົບປ້ອງກັນອາກາດຍານໄຮ້ຄົນຂັບຫຼືໂດຣນ ບໍລິເວນນອກຊາຍຝຣັ່ງໃນປີໜ້າຫຼັງຈາກທີ່ມີຮູບພາບວີດີໂອ ຂະນະທີ່ທະຫານໄຕ້ຫວັນດຶກຫີນໃສ່ໂດຣນຂອງຈີນຖຶກເຜີຍແພ່ເທິງອິນເຕີເນັດ

ກະຊວງປ້ອງກັນໄຕ້ຫວັນ ອອກຖະແຫຼງການກຽມຕິດຕັ້ງລະບົບປ້ອງກັນອາກາດຍານໄຮ້ຄົນຂັບຫຼືໂດຣນ ບໍລິເວນນອກຊາຍຝັ່ງໃນປີໜ້າ ຫຼັງຈາກທີ່ມີຮູບພາບວີດີໂອຂະນະທີ່ທະຫານໄຕ້ຫວັນ ໃຊ້ຫີນດຶກໃສ່ໂດຣນຂອງຈີນ ທີ່ບິນກໍ່ກວນຢູ່ໃກ້ກັບປ້ອມທະຫານເທິງໝູ່ເກາະຈິນເໝິນ ທີ່ໄຕ້ຫວັນດູແລຢູ່

ກ່ອນໜ້ານີ້ໄຕ້ຫວັນອອກມາຕຳໜິ ກໍລະນີທີ່ໂດຣນຂອງກອງທັບຈີນບິນເຂົ້າມາໃກ້ກັບຊາຍຝັ່ງຂອງໄຕ້ຫວັນຫຼາຍຄັ້ງ ນັບຕັ້ງແຕ່ທີ່ກອງທັບປົດປ່ອຍປະຊາຊົນຈີນ ໄດ້ເຮັດການຊ້ອມຮົບບໍລິເວນອ້ອມຮອບເກາະໄຕ້ຫວັນເພື່ອຕອບໂຕ້ກໍລະນີ ແນນຊີ ເພໂລຊີ ປະທານສະພາຜູ້ແທນລາດຂອງສະຫະລັດ ເດີນທາງຢ້ຽມໄຕ້ຫວັນໃນຕົ້ນເດືອນທີ່ຜ່ານມາ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page