ປາກີສຖານບໍ່ພໍໃຈອິນເດຍຖະແຫຼງປິດຄະດີກໍລະນີຫຼົງຍິງຂີປະນາວຸດໃສ່

ປາກີສຖານບໍ່ພໍໃຈອິນເດຍຖະແຫຼງປິດຄະດີກໍລະນີຫຼົງຍິງຂີປະນາວຸດໃສ່

ທາງປາກີສຖານບໍ່ຍອມຮັບການຖະແຫຼງປິດຄະດີຂອງອິນເດຍ ຈາກກໍລະນີທີ່ອິນເດຍມືລັ່ນຍິງຂີປະນາວຸດເຂົ້າໄປໃນປະເທດປາສະຖານເມື່ອເດືອນມີນາທີ່ຜ່ານມາ ກະຊວງຕ່າງປະເທດຂອງປາກີສະຖານເປີດເຜີຍລະບຸໃນຖະແຫຼງການວ່າ

ປາກີສະຖານບໍ່ຍອມຮັບການຖະແຫຼງປິດການສືບສວນເຫດທີ່ໄຮ້ຄວາມຮັບຜິດຊອບທີ່ສຸດຂອງອິນເດຍຢ່າງເດັດຂາດແລະຢໍ້າວ່າ ຕ້ອງການສືບສວນດ້ວຍຫຼັງຈາກສິງຫາທີ່ຜ່ານມາກອງທັບອາກາດອິນເດຍໄດ້ຖະແຫຼງສິ້ນສຸດການສອບສວນວ່າ ລັດຖະບານໄດ້ໄລ່ເຈົ້າໜ້າທີ່ອອກ 3ຄົນ ຈາກກໍລະນີຍິງລູກສອນໄຟເຂົ້າໄປໃນປາກີສະຖານໂດຍບໍ່ໄດ້ຕັ້ງໃຈ

ລູກສອນໄຟບຣາມອສ (BrahMos) ເປັນລູກສອນໄຟໂຈມຕີພາກພື້ນສັກກາຍະພາບຕິດຫົວຮົບນິວເຄຼຍ ທີ່ຮ່ວມພັດທະນາໂດຍຣັດເຊຍແລະອິນເດຍ ຖືກຍິງອອກໄປກ່ອນຈະຕົກລົງທີ່ເມືອງມີອັນ ຊານນູ (Mian Channu) ຫ່າງຈາກກຣຸງອິດສະລາມມາບັດຂອງປາກີສຖານໄປ 500ກິໂລເມດ

ເຫດການທີ່ເກີດຂຶ້ນເຮັດໃຫ້ທາງການປາກີສຖານຕ້ອງການຄຳຕອບຈາກທາງການອິນເດຍເຖິງມາດຕາການຄວາມປອດໄພເພື່ອປ້ອງກັນບໍ່ໃຫ້ລູກສອນໄຟຖືກຍິງອອກໄປໂດຍບໍ່ໄດ້ຕັ້ງໃຈອີກ ເພາະຈາກຂໍ້ມູນຂອງສະມາຄົມຄວບຄຸມອາວຸດໃນສະຫະລັດ ລູກສອນໄຟນີ້ມີພິໄສປະມານ 300-500ກມ ເຊິ່ງສາມາດໂຈມຕີກຣຸງອິດສະລາມາບັດຈາກຖານຍິງຂີປະນາວຸດທາງຕອນເໜືອຂອງອິນເດຍໄດ້

ນອກຈາກນີ້ມາດຕາການທີ່ອິນເດຍໃຊ້ຫຼັງເກີດເຫດການນີ້ ການສືບສວນ ແລະ ການລົງໂທດຂອງສານໄຕ່ສວນພາຍໃນນັ້ນບໍ່ເປັນທີ່ໜ້າພໍໃຈ,ບົກພ່ອງ ແລະບໍ່ພຽງພໍໂດຍສິ້ນເຊີງ ອິນເດຍບໍ່ພຽງແຕ່ລົ້ມເຫຼວໃນການປະຕິບັດຕາມຂໍ້ຮຽກຮ້ອງຂອງປາກີສະຖານ

ແຕ່ຍັງຫຼີກລ່ຽງການຕອບຄຳຖາມກ່ຽວກັບລະບົບສັ່ງການແລະຄວບຄຸມມາດຕາການໃນການຮັກສາຄວາມປອດໄພແລະຄວາມໝັ້ນຄົງແລະເຫດຜົນທີ່ອິນເດຍໃຊ້ເວລາດົນກວ່າຈະຍອມຮັບວ່າໄດ້ຍິງຂີປະນາວຸດໄປ

Leave a Reply

Your email address will not be published. Required fields are marked *

You cannot copy content of this page