ປູຕິນວາງເດີມພັນກັກກ໊າຊໃນລະດູໜາວ ຫວັງຊ່ວຍສະຫງົບສຶກຢູເຄຼນຕາມເງື່ອນໄຂລັດເຊຍ
ສົງຄາມໃນຢູເຄຼນຍືດເຍື້ອມາ 6ເດືອນແລ້ວ ແລະຍັງເບິ່ງບໍ່ເຫັນທາງອອກວ່າຈະຍຸດຕິລົງມື້ໃດ ລ່າສຸດມີນັກວິເຄາະເບິ່ງວ່າ ລັດເຊຍອາດຖືໂອກາດໃນຊ່ວງລະດູໜາວນີ້ ຍຸດຕິສົງຄາມພາຍໃຕ້ເງື່ອນໄຂຂອງຕົນ
ດ້ານນັກວິເຄາະເບິ່ງວ່າ ການຂາດແຄນພະລັງງານໃນລະດູໜາວນີ້ ອາດເຮັດໃຫ້ຊາດເອີຣົບ ກົດດັນໃຫ້ຢູເຄຼນເຂົ້າສູ່ການສະຫງົບເສິກຕາມເງື່ອນໄຂລັດເຊຍໄດ້ ສຳນັກຂ່າວ Al Jazeera ລາຍງານວ່າ ລະດູໜາວທີ່ໜາວເຢັນສຸດໆຊ່ວຍໃຫ້ມອສໂກເອົາຊະນະໂປແລນ ແລະ ຮິດເລີໄດ້
ດັ່ງນັ້ນ ປູຕິນ ຈຶ່ງກຳລັງເດີມພັນວ່າລາຄາ ພະລັງງານທີ່ພຸ່ງຂຶ້ນສູງຢ່າງໄວ ແລະ ຂາດແຄນໃນລະດູໜາວນີ້ຈະເຮັດໃຫ້ເອີຣົບຍຶດອາວຸດຂອງຢູເຄຣນເຂົ້າສູ່ການສະຫງົບສຶກໄດ້ຕາມເງື່ອນໄຂລັດເຊຍ ແລະ ສຳນັກຂ່າວຍັງໄດ້ລະບຸອີກວ່າ ນີ້ເປັນຄວາມຄິດຈາກສອງແຫຼ່ງຂ່າວທີ່ບໍ່ຕ້ອງການເປີດເຜີຍຊື່
ແຕ່ຄຸ້ນເຄີຍກັບຄວາມຄິດຂອງລັດເຊຍ ເຊິ່ງເບິ່ງວ່ານີ້ເປັນທາງດຽວທີ່ລັດເຊຍຈະສະຫງົບເສິກໄດ້ ເນື່ອງຈາກຢູ່ເຄຣນຢືນຢັນວ່າຈະບໍ່ເຈລະຈາສັນຕິພາບຈົນກວ່າລັດເຊຍຈະຖອນກຳລັງທັງໝົດອອກຈາກຢູເຄຣນ