ປັດສະວະຕະຫຼອດ ສັນຍານເຕືອນ 8 ໂລກອັນຕະລາຍທີ່ຄາດບໍ່ເຖິງ
1.ພາວະກະເພາະປັດສະວະບີບຕົວໄວເກີນໄປ: ຫາກກະເພາະປັດສະວະບີບຕົວໄວເກີນໄປ ຈະເຮັດໃຫ້ເຮົາຮູ້ສຶກປວດຕະຫຼອດເວລາ ແມ່ນວ່າຈະມີປັດສະວະຢູ່ໃນກະເພາະປັດສະວະບໍ່ຫຼາຍ ຫຼືປັດສະວະຍັງບໍ່ທັນເຕັມກະເພາະກໍຈະປວດຈົນຢາກປ່ອຍອອກມາທັນທີ
2.ກະເພາະປັດສະວະອັກເສບ: ມີອາການຄ້າຍກັບກະເພາະປັດສະວະບີບຕົວໄວເກີນໄປ ໂດຍອາດເປັນ ໂລກທີ່ຕາມມາຫຼັງຈາກເກີດພາວະນີ້ ເກີດຈາກການອົດກັ້ນປັດສະວະດົນເກີນໄປ, ທຳຄວາມສະອາດອະໄວຍະວະເພດບໍ່ດີພໍ
3. ໂລກເບົາຫວານ: ການປັດສະວະຕະຫຼອດຂອງຄົນທີ່ເປັນໂລກເບົາຫວານ ເກີດຈາກການທີ່ມີນ້ຳຕານໃນເລືອດສູງ ໄຕພະຍາຍາມກອງເອົາສານອາຫານທີ່ມີປະໂຫຍດຈາກນ້ຳຕານກັບຄືນສູ່ຮ່າງກາຍແລ້ວສົ່ງອອກໄປພ້ອມປັດສະວະ ຈື່ງເຮັດໃຫ້ປວດປັດສະວະຫຼາຍກວ່າປົກກະຕິ
4.ໂລກເບົາຈືດ: ເປັນໂລກທີ່ເຮັດໃຫ້ເກີດຄວາມຜິດປົກກະຕິຂອງຮໍໂມນທີ່ຄວບຄຸມສານນ້ຳໃນຮ່າງກາຍ ມັກມີອາການກະຫາຍນ້ຳຮ່ວມດ້ວຍ ຈົນເຮັດໃຫ້ປັດສະວະ ໃນປະລລິມານຫຼາຍກວ່າ 2.5ລິດຕໍ່ມື້ ໂດຍອາດເກີດຈາກຄວາມຜິດປົກກະຕິຂອງໄຕ
5.ໂລກໄຕ: ອາການຢ່າງນື່ງຂອງຄົນທີ່ເປັນໂລກໄຕຫຼືໄຕອັກເສບ,ໄຕວາຍ ຄືອາການປັດສະວະຕະຫຼອດ ໂດຍສະເພາະຕອນກາງຄືນ ອັນເນື່ອງມາຈາກພາວະການເຮັດວຽກທີ່ຜິດປົກກະຕິຂອງໄຕ ໄຕບໍ່ສາມາດດູດຊືມນ້ຳກັບຄືນສູ່ຮ່າງກາຍໄດ້ດີເຊັ່ນເກົ່າ.
6.ເປັນນິ່ວ,ກ້ອນເນື້ອບໍລິເວນກະເພາະປັດສະວະ ເມື່ອມີນິ່ວຫຼືມີກ້ອນເນື້ອເກີດຂື້ນໃນບໍລິເວນກະເພາະປັດສະວະຫຼືໃກ້ຄຽງ ອາດໃຫຍ່ຈົນໄປເຮັດໃຫ້ກະເພາະປັດສະວະເຕັມໄວຂື້ນ ເລີຍເຮັດໃຫ້ປວດປັດສະວະຕະຫຼາຍເທື່ອກວ່າປົກກະຕິ.
7.ຕ່ອມລູກໝາກໃຫຍ່: ເຮັດໃຫ້ກ້າມເນື້ອຂອງກະເພາະປັດສະວະໜາຂື້ນ ເນື່ອງຈາກຕ້ອງບີບຕົວແຮງຂື້ນເພື່ອຂັບນ້ຳປັດສະວະໃຫ້ຜ່ານທໍ່ແຄບໆ ແລະເມື່ອຝາກະເພາະປັດສະວະໜາຕົວຂື້ນກໍຈະສົ່ງຜົນຕໍ່ຄວາມສາມາດໃນການກັກເກັບນ້ຳປັດສະວະຫຼຸດລົງ
8.ດື່ມນ້ຳຫຼາຍເກີນໄປ: ເປັນພາວະທີ່ອາດເກີດຂື້ນໄດ້ຍາກໃນພາວະທີ່ຄົນສ່ວນໃຫຍ່ມັກຈະດື່ມນ້ຳບໍ່ພໍຫຼາຍກວ່າ ແຕ່ປະເດັນນີ້ກໍສາມາກເກີດຂື້ນໄດ້ຫາກເຮົາກິນອາຫານລົດຈັດເຮັດໃຫ້ກະຢາກນໍ້າຫຼາຍຈົນຕ້ອງໄດ້ດື່ມນ້ຳຫຼາຍກວ່າປົກກະຕິ.