ເບລາຣຸດປັບປຸງເຮືອບິນຮົບບັນທຸກອາວຸດນິວເຄຼຍຣັດເຊຍ ພ້ອມຕອບໂຕ້ຕາເວັນຕົກ

ຜູ້ນຳເບລາຣຸດເຕືອນຕາເວັນຕົກຢ່າຄິດສ້າງບັນຫາກັບເບລາຣຸດແລະ ເບລາຣຸດໄດ້ມີການປັບປ່ຽນເຮືອບິນຮົບໃຫ້ສາມາດບັນທຸກອາວຸດນິວເຄຼນຂອງຣັດເຊຍໄດ້ແລ້ວ

ປະທານາທິບໍດີ ອາເລັກຊານເດີ ລູຄາເຊນໂກ ຂອງເບລາຣຸດ ກ່າວທີ່ກຣຸງມິນສ ເມືອງຫຼວງເບລາຣຸດວ່າ ເຮືອບິນຮົບຂອງກອງທັບເບລາຣຸດໄດ້ຖືກປັບປ່ຽນໃຫ້ທັນສະໄໝ ຈົນສາມາດບັນທຸກອາວຸດນິວເຄຼຍໄດ້ແລ້ວ ແລະ ເບລາຣຸດຈະຕອບໂຕ້ທັນທີ ຖ້າຫາກຕາເວັນຕົກສ້າງບັນຫາໃຫ້

ລູຄາເຊັນໂກລະບຸວ່າ ເຂົາບັນລຸຄວາມເຫັນພ້ອມການປັບປຸງເຮືອບິນຮົບເບລາຣຸດໃຫ້ທັນສະໄໝ ກັບປະທານາທິບໍດີວະລາດິເມຍ ປູຕິນ ຂອງຮັດເຊຍແລ້ວ ແຕ່ເຂົາບໍ່ໄດ້ເປີດເຜີຍລາຍລະອຽດວ່າ ຣັດເຊຍຈະສົ່ງອາວຸດນິວເຄຼຍໄປເບລາຣຸດແນວໃດ

ເມື່ອໃດເບລາຣຸດບໍ່ມີອາວຸດນິວເຄຼຍ ແຕ່ເປັນພັນທະມິດທີ່ໜຽວແໜ້ນຂອງຣັດເຊຍ ຂະນະນີ້ຣັດເຊຍໃຊ້ເບລາຣຸດເປັນໜື່ງໃນຖານ ສະລັບປະຕິບັດການທາງທະຫານພິເສດຂອງຣັດເຊຍໃນຢູເຄຼນ

Leave a Reply

Your email address will not be published. Required fields are marked *

You cannot copy content of this page