10 ວິທີຫຼຸດຈາກຄວາມທຸກຍາກ ຕັ້ງຕົວສ້າງຖານະໄດ້ໃນ 1ປີ ກ້າວສູ່ຄວາມຍຶນຍົງດ້ານການເງີນ
1.ຕັ້ງເປົ້າໝາຍ: ກ່ອນຈະລົງມືເຮັດຫຍັງກໍຕາມຕ້ອງຕັ້ງເປົ້າໝາຍ ໃຫ້ຊັດເຈນ ເພາະຖ້າບໍ່ມີເປົ້າໝາຍກໍບໍ່ສາມາດວາງແຜນການເດີນໜ້າໄດ້ ດັ່ງນັ້ນຄົນທີ່ລ່ຳລວຍບໍ່ໄດ້ເກີດຂຶ້ນເພາະຄວາມບັງເອີນແຕ່ມາຈາກການທີ່ຄົນເຫຼົ່ານັ້ນມີເປົ້າໝາຍທີ່ຊັດເຈນ
2.ຢໍ້າເປົ້າໝາຍທຸກມື້: ຈາກຂ້ຳທີ່ຜ່ານມາເມື່ອເຮົາໄດ້ຕັ້ງເປົ້າໝາຍແລ້ວ ສິ່ງຕໍ່ມາທີ່ສຳຄັນບໍ່ແພ້ກັນຄືຄວາມມຸ່ງໝັ້ນ, ເຮົາຈະຕ້ອງໃຊ້ພະລັງທັງໝົດຂອງເຮົາເຮັດທຸກສິ່ງທີ່ເຮົາຈຳເປັນຈະຕ້ອງເຮັດ ເພື່ອທີ່ຈະໃຫ້ໃກ້ເປົ້າໝາຍທີ່ຕັ້ງເອົາໄວ້ ແລະຕ້ອງເຕືອນຕົນເອງຢູ່ສະເໝີວ່າການສຳຫຼວດຕົນເອງ ມື້ນີ້ເຮົາເຮັດຫຍັງໄປແລ້ວ?
3.ໃຊ້ເງີນໃຫ້ໜ້ອຍກວ່າທີ່ຫາໄດ້: ຄິດງ່າຍໆຫາມາໄດ້ເທົ່າໃດກໍໃຊ້ໜ້ອຍກວ່ານັ້ນ ເຊິ່ງສິ່ງສຳຄັນກໍຄື
ການມີວິໄນໃນການອອມເງີນນັ້ນເອງ ຢ່າໃຫ້ຄວາມຢາກໄດ້ຢາກມີເຂົ້າມາຄວບຄຸມການເປັນໂຕເອງ
4.ສ້າງຄຸນຄ່າ: ຄົນທີ່ຈະລວຍໄດ້ຕ້ອງສ້າງຄຸນຄ່າໃນການເຮັດວຽກໃຫ້ຫຼາຍກວ່າຄົນທົ່ວໄປເຖິງ 2-3ເທົ່າ ເຊິ່ງເກີດຂຶ້ນມາຈາກການໃສ່ໃຈໃນການເຮັດວຽກງານບໍ່ວ່າຈະເປັນງານນ້ອຍງານໃຫຍ່ ຖ້າເຮົາເຫັນຄຸນຄ່າງານນັ້ນກໍຕ້ອງເຮັດໃຫ້ອອກມາດີທີ່ສຸດ.
5.ບໍ່ທໍ້ແທ້: ບໍ່ມີໃຜດອກທີ່ບໍ່ເຄີຍທໍ້ແທ້ຕໍ່ອຸປະສັກດັ່ງນັ້ນໃຫ້ນຳຄວາມຜິດພາດມາເປັນບົດຮຽນ ແລະບໍ່ມີໃຜດອກທີ່ປະສົບຄວາມສຳເລັດໄດ້ໂດຍທີ່ບໍ່ເຄີຍເຮັດຫຍັງຜິດພາດມາກ່ອນ
6.ຕອບຮັບທຸກງານ: ທຸກງານໃນໂລກນີ້ຊ່ວຍໃຫ້ເຮົາພິສູດຕົນເອງໄດ້ຖ້າຫາກເຮົາກ້າທີ່ຈະຕອບຮັບສິ່ງໃມ່ໆໃຫ້ກັບຊີວິດແລະສິ່ງນັ້ນຈະຕາມມາດ້ວຍຜົນຕອບແທນທີ່ມະຫາສານ
7.ແບ່ງເງີນໃຊ້: ໃຜທີ່ປະກອບອາຊີບແລ້ວ ສ້າງລາຍໄດ້ໃຫ້ຕົນເອງສະໝ່ຳສະເໝີ ແຕ່ກັບບໍ່ລວຍຈັກເທື່ອໃຫ້ລອງແບ່ງເກັບແບ່ງໃຊ້ດີກວ່າ
8.ຂາຍໄດ້ຂາຍໄປ: ເຊື່ອວ່າທຸກບ້ານມັກຊື້ຂອງຈຸກຈິ້ກ ບໍ່ວ່າຈະເປັນກະເປົາເສືອຜ້າເປັນຕົ້ນ ເຊິ່ງສິ່ງຂອງເຫຼົ່ານີ້ເມື່ອເບື່ອແລ້ວສາມາດນຳມາສ້າງເງີນໄດ້ ດ້ວຍການຂາຍຕໍ່ເປັນສິນຄ້າມືສອງ
9.ຮູ້ຈັກປະຕິເສດ: ການປະຕິເສດບໍ່ເຮັດໃຫ້ຄົນຕາຍໄດ້ດອກ ໂດຍສະເພາະປະຕິເສດເລື່ອງການເສຍເງີນໄປກັບເລື່ອງທີ່ໄຮ້ປະໂຫຍດ
10.ສ້າງຄວາມເຊື່ອໝັ້ນ: ຄົນເຮົາຖ້າບໍ່ມີຄວາມເຊື່ອໝັ້ນຊີວິດກໍບໍ່ມີປະໂຫຍດ ດັ່ງນັ້ນໃຜທີ່ເມື່ອຍກັບວຽກງານ ທໍ້ແທ້ກັບວຽກລອງສ້າງຄວາມເຊື່ອໝັ້ນໃຫ້ກັບຕົນເອງ ເບິ່ງວ່າເດືອນໜ້າເງີນເດືອນຕ້ອງຂຶ້ນ ເປັນເພາະເຮົາເຮັດວຽກໄດ້ດີ.