ອາດີດຜູ້ນຳໂຄລອມເບຍເຜີຍຊາດຕາເວັນຕົກກຳລັງພາໂລກກັບສູ່ຍຸກສົງຄາມເຢັນ
ເອີເນດໂຕ ຊຳເປ ປິຊາໂນ ອາດີດປະທານາທິບໍດີ ໂຄລອມເບຍ ໃຫ້ສຳພາດວ່າ ຈີນປະກາດໃຊ້ມາດຕາການຂ້ຳບາດຕໍ່ຣັດເຊຍແລະສົ່ງຄວາມເຊື່ອເຫຼືອດ້ານການທະຫານໃຫ້ແກ່ຢູເຄຼນ ເປັນສິ່ງທີ່ກຳລັງນຳພາໃຫ້ໂລກກັບສູ່ຍຸກສົງຄາມເຢັນອີກຄັ້ງ
ອາດີດຜູ້ນຳໂຄລອມເບຍສະແດງຄວາມເຫັນວ່າ ວິທີການແກ້ໄຂບັນຫາຄວາມຂັດແຍ້ງລະຫວ່າງຣັດເຊຍແລະຢູເຄຼນບໍ່ຄວນທີ່ຈະໃຊ້ກຳລັງໃນການແກ້ບັນຫາ ແຕ່ຄວນໃຊ້ວິທີການເຈລະຈາ ດັ່ງນັ້ນເຮົາຈຳເປັນຕ້ອງຫາຊ່ອງທາງໃນການເຈລະຈາເພື່ອຍຸດຕິຄວາມຂັດແຍ້ງແລະຫາທາງອອກກ່ຽວກັບເລື່ອງນີ້
ນອກຈາກນີ້ເຂົາຍັງເບິ່ງວ່າການປະກາດມາດຕາການຂວ້ຳບາດທາງເສດຖະກິດຈະສົ່ງຜົນກະທົບຕໍ່ປະຊາຊົນຊາວຣັດເຊຍຫຼາຍກວ່າລັດຖະບານຣັດເຊຍ.
ຂະນະດຽວກັນເຂົາຍັງບໍ່ເຫັນພ້ອມເລື່ອງທີ່ຊາດຕາເວັນຕົກຕັດສິນໃຈຈັດຫາອາວຸດໃຫ້ກັບຢູເຄຼນ ເຊິ່ງຈະເປັນການຍົກລະດັບຄວາມຂັດແຍ້ງ ແທນທີ່ຈະພະຍາຍາມຜັກດັນໃຫ້ເກີດຄວາມປອງດອງທາງການເມືອງແລະນຳໄປສູ່ການເຈລະຈາທັງສອງຝ່າຍ.