ກັບບາງຄົນໃຫ້ຢູ່ໃນໃຈດີກວ່າ ຢ່າໃຫ້ເຂົາມາຢູ່ໃນຊີວິດຈິງເລີຍ
ເມື່ອເຮົາຍັງເດັກນ້ອຍ ໄປທະເລເມື່ອໃດ ມັກເກັບເປືອກຫອຍກັບບ້ານ
ໃສ່ໂຖແກ້ວເກັບໄວ້ ຕອນນັ້ນກໍຄິດພຽງວ່າມັນສວຍງາມ
ໃຫຍ່ຂຶ້ນຈຶ່ງຮູ້ວ່າເປືອກຫອຍຈະສວຍງາມແລະມີຄຸນຄ່າກໍ
ຕອນທີ່ມັນຢູ່ເທິງຊາຍ ແລະສາກຫຼັງເປັນຜືນນ້ຳສີຄາມນັ້ນເອງ
ກໍຄົງປຽບເໝືອນຄົງບາງຄົນ ໃຫ້ຢູ່ໃນໃຈດີແລ້ວຢ່າຢູ່ໃນຊີວິດຈິງເລີຍ
ຫາກການໄດ້ຄອບຄອງເປັນເຈົ້າຂອງກັນແລ້ວມັນອຶດອັດ
ທາງເລືອກທີ່ດີທີ່ສຸດ ຄົງຕ້ອງປ່ອຍໄປ ໃຫ້ຕ່າງຄົນຕ່າງໃຊ້ຊີວິດຂອງຕົນເອງ
ມັນອາດຈະດີກວ່າ ເຂົາຕື່ນກ່ອນເຮົາ ເວລາເຂົາຈຶ່ງມີຫຼາຍກວ່າ ເຂົາເຮັດຫຼາຍກວ່າເຮົາ ເຂົາຈຶ່ງໄດ້ຜົນຕອບແທນຫຼາຍ ເຂົາຮັບຜິດຊອບຫຼາຍກວ່າ ຕຳແໜ່ງເຂົາຈຶ່ງສູງກວ່າເຮົາ ເຂົາພະຍາຍາມຫຼາຍກວ່າເຮົາຈຶ່ງປະສົບຄວາມສຳເລັດຂອງເຂົາ
ເຖິງໄດ້ຍິ່ງໃຫຍ່ກວ່າເຮົາຫຼາຍ ແທ້ຈິງຊີວິດມັນກໍເທົ່ານີ້ແລະ
ບໍ່ມີຫຍັງຊັບຊ້ອນດອກ ໂລກຈ່າຍຜົນຕອບແທນຕາມຄວາມສາມາດ ຕາມຄວາມພະຍາຍາມ
“ເຮັດໄດ້ຫຼາຍກວ່າ ກໍຕ້ອງໄດ້ຫຼາຍກວ່າ” ໃຫ້ຄິດໄວ້ພຽງເທົ່ານີ້ ຄຸນຄ່າເພັດຫຼືພອຍບໍ່ໄດ້ງົດງາມແຕ່ທຳອິດ ເພາະຕ້ອງຜ່ານສາຍຕາຂອງຜູ້ຊຳນານ ແລະທົນຜ່ານການເຈຍລະໄນກ່ອນ ຈຶ່ງຈະປະກາຍອອກມາ
ຄວາມດີທີ່ມີຄ່າອາດບໍ່ແມ່ນສິ່ງທີ່ຖືກພົບເຫັນໄດ້ງ່າຍ ເພາະຫຼາຍຄົນມັກເລືອກທີ່ຈະເບິ່ງ ພາຍນອກທີ່ສວຍງາມກ່ອນ ແຕ່ຫາກສາມາດຢືນຢັນ, ມຸ່ງໝັ້ນຮັກສາຄວາມດີ ບໍ່ເບິ່ງແຕ່ເປືອກນອກ ສຸດທ້າຍຈຶ່ງເປັນຜູ້ທີ່ງົດງາມແລະມີຄຸນຄ່າຢ່າງແທ້ຈິງ
ຄົນເຮົາມີຄຸນຄ່າໃນຕົນເອງສະເໝີ ຈົງຢູ່ໃນບ່ອນທີ່ເຮົາສະບາຍໃຈ.