ຕຶກບູຮານປາກົດກາງທະເລສາບຫຼັງຈີນພົບໄພແຫ້ງແລ້ງທີ່ຮ້າຍແຮງທີ່ສຸດຮອບ60ປີ

ຕຶກບູຮານປາກົດກາງທະເລສາບຫຼັງຈີນພົບໄພແຫ້ງແລ້ງທີ່ຮ້າຍແຮງທີ່ສຸດຮອບ60ປີ

ທະເລສາບໂຜຫຍາງເປັນທະເລສາບນ້ຳຈືດໃຫຍ່ທີ່ສຸດຂອງຈີນຖືກໄພແຫ້ງແລ້ງຫຼິ້ນງານຢ່າງແສນສາຫັດ ນ້ຳໃນທະເລສາບຫຼຸດລົງເຖິງ 75% ເຜີຍໃຫ້ເຫັນເກາະຫຼົວຊິງຕຸງ ສະຖານທີ່ທາງປະຫວັດສາດ

ເຊິ່ງມີສິ່ງປຸກສ້າງບູຮານບາງສ່ວນທີ່ຖືກສ້າງຂຶ້ນຄັ້ງທຳອິດໃນຍຸກລາດສະວົງ ( ປີ 907-960)
ທ່າມກາງດິນແຫ້ງ, ມີຮອຍແຕກແລະຂີ້ຕົມ ປ່ຽນສະພາບເຫຼືອພຽງແຕ່ໜອງນ້ຳນ້ອຍໆ ໃຫ້ຊາວບ້ານຍັງພໍໄດ້ລົງຈັບປານ້ອຍແລະຫອຍໄດ້ ຫຼັງຈາກທີ່ເມືອງໜານຊາງ ເມືອງເອກມົນທົນຈຽງຊີທີ່ທະເລສາບແຫ່ງນີ້ຕັ້ງຢູ່ ປະສົບໄພແຫ້ງແລ້ງໜັກສຸດຈາກທີ່ບໍ່ເຄີຍເກີດຂຶ້ນມາກ່ອນ

ໂຜຫຍາງມີບົດບາດສຳຄັນໃນການຄວບຄຸມການໄຫຼຂອງນ້ຳໃນແມ່ນ້ຳແຍງຊີ ມົນທົນຈຽງຊີໂດຍຈະຮອງຮັບນ້ຳຈາກຝົນທີ່ມັກຈະຕົກໃນຊ່ວງລະດູຮ້ອນ ຈາກນັ້ນນ້ຳໃນທະເລສາບຈະຫຼຸດລົງໃນຊ່ວງລະດູໃບໄມ້ຫຼົ່ນແລະລະດູໜາວທີ່ມີອາກາດແຫ້ງແລ້ງ

ຂະນະນີ້ຈີນປະສົບໄພແຫ້ງແລ້ງໂຫດຮ້າຍທີ່ສຸດໃນຮອບ 60ປີ ນັບຕັ້ງແຕ່ເລີ່ມມີການບັນທຶກສະຖິໍຕິເປັນຕົ້ນມາ ພາກໃຕ້ຂອງຈີນຕ້ອງອົດທຸກກັບມື້ທີ່ມີອຸນຫະພູມສູງແລະຝົນຕົກໜ້ອຍມາດົນກວ່າ 70ມື້ແລ້ວເຊິ່ງຍາວນານທີ່ສຸດນັບຕັ້ງແຕ່ມີການບັນທຶກສະຖິຕິໃນເມື່ອ 60ປີຜ່ານມາເປັນຕົ້ນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page