ເກົາຫຼີໃຕ້ກຽມຜະລິດໂດຼນລ່ອງຫົນຮັບມືເກົາຫຼີເໜືອ

ເກົາຫຼີໃຕ້ກຽມຜະລິດໂດຼນລ່ອງຫົນຮັບມືເກົາຫຼີເໜືອ

ເກົາຫຼີໃຕ້ກຽມຜະລິດໂດຣນລ່ອງຫົນ (Stealth Drones) ຮັບມືເກົາຫຼີເໜືອ ການປະກາດຜະລິດໂດຮນລ່ອງຫົນຂອງເກົາຫຼີໃຕ້ ມີຂຶ້ນຫຼັງຈາກທີ່ຫາກໍປະສົບຄວາມສຳເລັດໃນການພັດທະນາເຮືອບິນຮົບສັນຊາດເກົາຫຼີ KF-21

ແລະຫາກໍນຳຂຶ້ນທົດສອບບິນປະມານ 2 ເດືອນທີ່ຜ່ານມາ ແລະຢູ່ລະຫວ່າງການພັດທະນາອາກາດຍານໄຮ້ຄົນຂັບ “ສະເຕັບ” ຫຼືໂດຣນລ່ອງຫົນທີ່ຈະນຳມາໃຊ້ໃນການຮັບມືກັບລະບົບປ້ອງກັນໄພທາງອາກາດຂອງເກົາຫຼີເໜືອ

ສຳນັກງານໂຄງການຈັດຫາປ້ອງກັນຫຼື ADD ໄດ້ເລືອກໃຫ້ Korean Air ເປັນຜູ້ພັດທະນາຝູງເຮືອບິນໄຮ້ຄົນຂັບ ຫຼືໂດຣນລ່ອງຫົນລຸ່ນໃໝ່ ຫຼັງຈາກທີ່ມີການສະເໜີລາຄາທີ່ດີກວ່າ Korea Aerospace Industries ເຊິ່ງເປັນຜູ້ພັດທະນາເຮືອບິນຮົບ KF-21

ເຊິ່ງຈາກການລາຍງານວ່າ ADD ໄດ້ເລີ່ມພັດທະນາຮູບແບບຂອງໂດຣນລຳນີ້ ຕັ້ງແຕ່ພະຈິກປີທີແລ້ວ ແລະສຳເລັດຮູບແບບເບື້ອງຕົ້ນ ແລະກຽມຈະລົງໃນລາຍລະອຽດຂອງດີໄຊນ໌ກັບທາງ Korean Air ຕໍ່ໄປ

ໂດຣນລ່ອງຫົນໄຮ້ຄົນຂັບນີນອກຈາກຈະມີພາລະກິດສະໜັບສະໜູນຝູງເຮືອບິນປົກກະຕິແລ້ວ ແຕ່ກໍຍັງປະຕິບັດພາລະກິດຂອງພວກເຂົາເອງດ້ວຍລວມເຖິງການສອດແນມ, ກົນລະຍຸດການລົບກວນທາງອີເລັກໂທນິກ ແລະ ການໂຈມຕີທີ່ແມ່ນຍຳ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page