ໃນມື້ທີ່ເຮົາຮູ້ສຶກທໍ້ ໝົດກກຳລັງໃຈ ເຮົາອາດເບິ່ງຫາ
ກຳລັງໃຈຈາກໃຜຈັກຄົນຢູ່ ແຕ່ບຸກຄົນທີ່ສາມາດໃຫ້ກຳລັງໃຈເຮົາໄດ້ດີທີ່ສຸດ ບໍ່ແມ່ນຄົນໄກຕົວແຕ່ຄືໂຕເຮົາເອງ ມາເບິ່ງວິທີ່ການດັ່ງລຸ່ມນີ້ ເພື່ອເປັນການເພີ່ມພະລັງງານແລະໃຫ້ກຳລັງໃຈຕົນເອງໃຫ້ກ້າວເດີນຕໍ່ໄປແລະເຂັ້ມແຂງ:
1. ຕາມໃຈຕົນເອງແດ່: ບໍ່ວ່າໃນຊີວິດປະຈຳວັນເຮົາຈະເປັນຄົນມີເຫດຜົນເທົ່າໃດ ແຕ່ໃນມື້ນີ້ລອງວາງເຫດຜົນລົງແລ້ວເຮັດຕາມຫົວໃຈຂອງເຮົາເອງເບິ່ງ ປົກກະຕິເຮົາອາດຈະເປັນຄົນທີ່ມີເວລາໜ້ອຍ ເວລາທຸກນາທີເປັນສິ່ງມີຄ່າ ເຮົາຈື່ງຕ້ອງທຸ່ມເທໃຊ້ເວລາທຸກນາທີໄປກັບການເຮັດສິ່ງທີ່ມີສາລະລອງເຮັດຕາມໃຈຕົນເອງເບິ່ງຢາກເຮັດຫຍັງເຮັດເລີຍຖ້າມັນບໍ່ມີຜົນກະທົບຕໍ່ເຮົາ
2.ກິນອາຫານດີໆ: ຄຳວ່າອາຫານດີໆໝາຍເຖິງອາຫານທີ່ດີຕໍ່ສຸຂະພາບຂອງເຮົາແລ້ວ ຍັງລວມເຖິງອາຫານທີ່ດີຕໍ່ໃຈ ຂອງເຮົາດ້ວຍເຊິ່ງມັກໃນການກິນປາເຊວມອນຫຼາຍແຕ່ກິນຕະຫຼອດກໍອາດບໍ່ດີຕໍ່ສຸຂະພາບທາງການເງີນຂອງເຮົາໄດ້
3.ລົມກັບຄົນທີ່ຢາກລົມນຳ: ບາງທີເຮົາຢາກລົມກັບຄົນບາງຄົນໂດຍບໍ່ມີເຫດຜົນ ພຽງຄິດຢາກເວົ້າຢາກລົມນຳ ແຕ່ໃນຊີວິດປະຈຳວັນເຮົາອາດບໍ່ໄດ້ລົມໄດ້ເວົ້ານຳເຂົາພໍເທົ່າໃດເຊັ່ນໝູ່ເພື່ອນທີ່ເຄີຍສະໜິດກັນແຕ່ຫ່າງຫາຍກັນໄປດົນແລ້ວຄິດຢາກກັບໄປລົມນຳເຂົາ ແຕ່ບໍ່ມີໂກາດ ລອງເຮັດໃຈກ້າໆທັກຫາເຂົາເພື່ອມິຕະພາບຈະຍ້ອນກັບມາ
4.ຄິດຂອບໃຈຕົນເອງ: ຂອບໃຈຄົນອື່ນມາຫຼາຍແລ້ວຢ່າລືມຂອບໃຈຕົນເອງເບິ່ງ ບໍ່ວ່າຈະຂອບໃຈຮ່າງກາຍຂອງເຮົາທີ່ແຂງແຮງພາເຮົາເດີນທາງໄປຫັ້ນມານີ້ຢູ່ຕະຫຼອດ ອາດມີເຈັບປ່ວຍແດ່ ແຕ່ສຸດທ້າຍຮ່າງກາຍນີ້ກໍຢູ່ກັບເຮົາຕະຫຼອດ.
5.ໃຫ້ເວລາກັບຕົນເອງ: ເຮົາແບ່ງເວລາໃຫ້ກັບການເຮັດວຽກ, ແບ່ງເວລາໃຫ້ກັບໝູ່ເພື່ອນແລະຄອບຄົວຫຼືຄົນຮັກແລ້ວ ເຮົາແບ່ງເວລາໃຫ້ກັບຕົນເອງແລ້ວຫຼືບໍ? ຄວນແບ່ງເວລາອັນມີຄ່າມາເບິ່ງແຍງຕົນເອງປົນເປສິ່ງດີໆໃຫ້ກັບຕົນເອງເບິ່ງ
6. ລົງທືນກັບຕົນເອງ: ການລົງທືນກັບຕົນເອງບໍ່ວ່າແນວໃດກໍຄຸ້ມຄ່າ ບໍ່ວ່າຈະເປັນການລົງທືນເລື່ອງສຸຂະພາບສັນຫາວັດຖຸດິບດີໆ,ອາຫານດີໆ ມາບຳລຸງຮ່າງກາຍແລະບຳລຸງຈິດໃຈຂອງເຮົາ ຫາເພງມ່ວນໆມາຟັງເພີນໆ ຫາໜັງມ່ວນໆມາເບິ່ງ
7. ເບິ່ງຕົນເອງໃນແງ່ດີ: ຊີວິດນີ້ເຮົາອາດໄດ້ມີໂອກາດໄດ້ພົບເຈີກັບໝູ່ເພືອນທີ່ດີ,ຄົນດີໆຢູ່ອ້ອມຮອບຕວເຮົາຫຼາກຫຼາຍແລະຫຼາຍຄັ້ງທີ່ເຮົານຶກຊື່ນຊົມບຸກຄົນເຫຼົ່ານັ້ນຢູ່ໃນໃຈ ແຕ່ເຮົາຕ້ອງຢ່າລືມຊື່ນຊົມຄົນໆໜື່ງເຊິ່ງສຳຄັນບໍ່ແພ້ກັນນັ້ນຄື “ຕົວເຮົາເອງ”