ສະຫະລັດສົ່ງເຮືອຮົບ 2ລຳຜ່ານຊ່ອງແຄບໄຕ້ຫວັນເປັນຄັ້ງທຳອິດ ຕັ້ງແຕ່ເພໂລຊີຢ້ຽມໄຕ້ຫວັນ ກອງທັບຈີນຕິດຕາມໃກ້ຊິດ
ສະຫະລັດສົ່ງເຮືອຮົບ 2ລຳແລ່ນເຂົ້າຊ່ອງແຄບໄຕ້ຫວັນເປັນຄັ້ງທຳອິດຕັ້ງແຕ່ “ແນນຊີ ເພໂລຊີ” ປະທານສະພາຜູ
້ແທນລາດສະຫະລັດ ແວະຢ້ຽມໄຕ້ຫວັນແລະເຮັດໃຫ້ຈີນປະທ້ວງດ້ວຍການຊ້ອມຮົບອ້ອມຮອບໄຕ້ຫວັນຄັ້ງໃຫຍ່ທີ່ສຸດ
ກອງເຮືອທີ 7 ຂອງສະຫະລັດໃນຢີ່ປຸ່ນຖະແຫຼງວ່າເຮືອຮົບຕິດລູກສອນໄຟ USS Antietam ແລະ USS Chancellorsville ກຳລັງແລ່ນຜ່ານນ່ານນ້ຳທີ່ມີເສລີພາບໃນການເດີນເຮືອແລະບິນຜ່ານທະເລຫຼວງຕາມກົດໝາຍສາກົນ
ເຮືອທັງ 2ລຳແລ່ນຜ່ານທາງນ້ຳໃນຊ່ອງແຄບທີ່ບໍ່ໄດ້ເປັນດິນແດນທາງທະເລຂອງລັດແຄມຊາຍຝັ່ງໃດໆ ການທີ່ເຮືອຮົບສະຫະລັດ ແລ່ນຜ່ານຊ່່ອງແຄບໄຕ້ຫວັນ ເປັນການສະແດງອອກເຖິງພາລະກິດທີ່ສະຫະລັດມີຕໍ່ພາກພື້ນອິນໂດ-ປາຊີຟຣິກທີ່ເສລີແລະເປີດກ້ວາງໂດຍກອງທັບສະຫະລັດ ບິນຜ່ານ,ລ່ອງຜ່ານ ແລະປະຕິບັກການໃນທຸກບ່ອນທີ່ຜິດກົດໝາຍສາກົນອານຸຍາດ
ດ້ານກອງທັບຈີນອອກມາລະບຸວ່າກຳລັງຕິດຕາມເຮືອຂອງກອງທັບສະຫະລັດ ທີ່ແລ່ນຜ່ານຊ່ອງແຄບໄຕ້ຫວັນພາຍໃຕ້ການລະມັດລະວັງຂັ້ນສູງສຸດ ແລະພ້ອມທີ່ຈະເອົາຊະນະການຍຸແຍ່ຕ່າງໆ.