ດຶງມາເປັນທີມດຽວ! ປູຕິນສັ່ງມອບເງິນຊ່ວຍເຫຼືອຊາວຢູເຄຼນທີ່ເຂົ້າມາຢູ່ໃນຣັດເຊຍ

ດຶງມາເປັນທີມດຽວ! ປູຕິນສັ່ງມອບເງິນຊ່ວຍເຫຼືອຊາວຢູເຄຼນທີ່ເຂົ້າມາຢູ່ໃນຣັດເຊຍ

ປະທານາທິບໍດີວະລາດິມີ ປູຕິນ ແຫ່ງຣັດເຊຍລົງນາມນຳສະເໜີຜົນປະໂຫຍດທາງການເງິນສຳລັບຄົນທີ່ເດີນທາງອອກຈາກດິນແດນຢູເຄຼນມາຍັງຣັດເຊຍ ໃນນັ້ນລວມເຖິງບັນດາຜູ້ກະສຽນອາຍຸ,ແມ່ຍິງຖືພາແລະຄົນພິການ

ໃນດຳລັດສະບັບນີ້ເຜີຍແພ່ໃນເວັບໄຊ້ຂອງລັດທະບານ ກຳໜົດວົງເງິນຈ່າຍເບ້ຍບຳນານ 10.000ຣູເບິນຕໍ່ເດືອນ ໃຫ້ແກ່ຄົນທີ່ຕ້ອງເດີນທາງອອກດິນແດນຂອງຢູເຄຼນໂດຍຄົນພິການຈະມີສິດໄດ້ຮັບເງິນສະໜັບສະໜູນລາຍເດືອນເທົ່າກັນ ສ່ວນແມ່ຍິງຖືພາຈະມີສິດທິປະໂຫຍດແບບຈ່າຍຄັ້ງດຽວ.

ດຳລັດສະບັບນີ້ລະບຸວ່າ ການຈ່າຍເງິນມອບໃຫ້ແກ່ພົນລະເມືອງຊາວຢູເຄຼນແລະຜູ້ຄົນຈາກດິນແດນທີ່ຮຽກຕົນເອງວ່າສາທາລະນະລັດປະຊາຊົນໂດເນສແລະສາທາລະນະລັດປະຊາຊົນລູຮັນ 2ແຄ້ວນທີ່ພື້ນທີ່ສ່ວນໃຫຍ່ຢູ່ພາຍໃຕ້ການຍຶດຄອງຂອງກະບົດແບ່ງແຍກດິນແດນຝັກໃຝ່ຣັດເຊຍ ທາງພາກຕາເວັນອອກຂອງຢູເຄຼນແລະມອສໂກໃຫ້ການຮັບຮອງເອກະລາດໃນເດືອນກຸມພາ ຄວາມເຄື່ອນໄຫວທີ່ຮຽກສຽງປະນາມຈາກຢູເຄຼນແລະຕາເວັນຕົກວ່າບໍ່ເຫັນພ້ອມໃນກົດໝາຍ.

ເຊິ່ງມອສໂກລະບຸວ່າ ພວກເຂົາກຳລັງປະຕິບັດການພິເສດດ້ານການທະຫານໃນຢູເຄຼນເພື່ອປົກປ້ອງຕົນເອງແລະປົກປ້ອງປະຊາຊົນທີ່ເວົ້າພາສາຣັດເຊຍ ທີ່ພວກເຂົາກ່າວຫາວ່າຖືກເຈົ້າໜ້າທີ່ຢູເຄຼນຂົ່ມເຫັງບາງຢ່າງທີ່ຄຽບຢື່ນການປະຕິເສດ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page