( ອ່ານຈັກເທື່ອກໍເຕືອນສະຕິໄດ້ຢູ່ສະເໝີ) ຄົນເຮົາກວ່າຈະຮູ້ຈັກເຂົ້າໃຈຊີວິດຕົນເອງ ກໍຜ່ານມາເຄິ່ງຊີວິດແລ້ວ
ຕອນເດັກນ້ອຍຮຍນປະຖົມຮອດມັດທະຍົມ ຂ້ອຍເຂົ້າໃຈມາຕະຫຼອດວ່າ..ຄົນທີ່ຮຽນດີໄດ້ຄະແນນສູງ
ໄດ້ອັນດັບການຮຽນທີ່ດີ, ເສັງຕິດມະຫາວິທະຍາໄລດີໆ, ຈົບດ໊ອກເຕີ ມີໃບປະລິນຍາຫຼາຍໆໃບ
“ຄືຄົນເກັ່ງ” ໃຫຍ່ຂຶ້ນມາ..ເຂົ້າໃຈວ່າ ຄົນທີ່ເຮັດວຽກງານໄດ້ຢ່າງມີປະສິດທິພາບ
ຜົນລັບດີລາຍໄດ້ສູງ ເປັນຄົນທີ່ຮູ້ຈັກຂອງຄົນທົ່ວໄປຫຼືໃນສັງຄົມ “ ນັ້ນຄືຄົນເກັ່ງ” ມາມື້ນີ້..ຫາກໍເຂົ້າໃຈວ່າ ຂ້ອຍຄິດຜິດມາຕະຫຼອດ
ຄົນເກັ່ງທີ່ແທ້ຈິງຄືຄົນທີ່ເຮັດວຽກທີ່ຕົນເອງຮັກ, ຕົນເອງມັກ ໄດ້ຢ່າງດີ ຫຼືອາຊີບຫຍັງກໍໄດ້..ເຮັດໄດ້ຢ່າງມີປະສິດທິພາບແລະຮອດເວລາກິນກໍໄດ້ກິນ..
ຮອດເວລານອນກໍໄດ້ນອນ..ມີເວລາວ່າງ ກໍອອກໄປທ່ຽວເບິ່ງໂລກພາຍນອກ ຮຽນຮູ້ສິ່ງໃໝ່ໆ
ມີເວລາກັບຄອບຄົວ, ມີເວລາໃຫ້ກັບຄົນທີ່ເຮົາຮັກ ແລະຄົນທີ່ຮັກເຮົາ ແລະທີ່ສຳຄັນມີເວລາໃຫ້ກັບຕົນເອງ
9 ຂໍ້ຄິດເຕືອນໃຈບໍ່ໄດ້ເຕືອນໃຜເກັບໄວ້ເຕືອນຕົນເອງ
1.ຢ່າອິດສາໃຜ ເພາະບິນສູງເທົ່າໃດ ພໍຮອດເວລາເຮົາກໍລົ້ມລົງໄດ້ທຸກຄົນ
2.ຮຽນມີຄວາມສຸກກັບຕົນເອງໄດ້ແລ້ວເພາະ..ບໍ່ມີໃຜທີ່ຈະຢູ່ກັບເຮົາໄດ້ຕະຫຼອດໄປ
3.ຝຶກໃຫ້ອາໄພປ່ອຍວາງ ກັບຄວາມເຈັບປວດໄປເທື່ອລະໜ້ອຍ ເພື່ອເພີ່ມເວລາຄວາມສຸກຂອງເຮົາໃຫ້ຫຼາຍຂຶ້ນ
4.ຝຶກເຂົ້າໃຈກັບຄຳຕິຊົມ, ຄຳຕິກໍໃຫ້ເສີຍໆ, ຄຳຊົມກໍໃຫ້ປ່ອຍວາງ “ຕິເພື່ອໃຫ້ເກັບມາພັດທະນາ”, “ຕິເພື່ອທຳລາຍກໍຢ່າເອົາມາໃສ່ໃຈ”
5.ຝຶກການເປັນຜູ້ໃຫ້ແບບບໍ່ຄາດຫວັງ ຈະໄດ້ກັບມາເພາະມັນຄືການສ້າງຄຸນຄ່າຂອງການໄດ້ເກີດມາ
6.ຢ່າທຳລາຍຄວາມຫວັງໃຜ ເພາະມັນເປັນຄວາມຫວັງສຸດທ້າຍທີ່ເຂົາເຫຼືອຢູ່
7.ຝຶກການພໍໃຈໄຂວ່ຄວ້າແຕ່ພໍຕົວສິ່ງໃດເກີນກຳລັງກໍປ່ອຍໄປມີເທົ່າໃດກໍພໍໃຈເທົ່ານັ້ນ
8.ຢ່າຢ້ານໃຜບໍ່ຮັກ ແຕ່ຈົ່ງເລີ່ມຈາກການຮັກຕົນເອງກ່ອນ ເພາະສະເໜ່ຂອງການຮູ້ຈັກຮັກຕົນເອງຈະກະຈາຍສູ່ຄົນອ້ອມຂ້າງ
9.ທຸກມື້ຄືການປ່ຍນແປງສະເມີຢ່າຍຶດຕິດກັບສິ່ງເກົ່າໆ
“ຕັ້ງໃຈເຮັດໃນແຕ່ລະມືໃຫ້ດີທີ່ສຸດເທົ່າທີ່ເຮົາຈະເຮັດໄດ້”