ຈີນຊ້ອມຮົບອ້ອມໄຕ້ຫວັນ ອ້າງປ່ຽນໄປຕາມສະຖານະການຊ່ອງແຄບ

ຈີນຊ້ອມຮົບອ້ອມໄຕ້ຫວັນ ອ້າງປ່ຽນໄປຕາມສະຖານະການຊ່ອງແຄບ

ກອງບັນຊາການພາກຕາເວັນອອກສັງກັດກອງທັບປົດປ່ອຍປະຊາຊົນຈີນໄດ້ຈັດການຊ້ອມຮົບຮ່ວມກັນເພື່ອກຽມຄວາມພ້ອມດ້ານຄວາມໝັ້ນຄົງ ລວມເຖິງລາດຕາເວນແລະຝຶກການສູ້ຮົບໂດຍມີທະຫານຈາກນ່ວຍຕ່າງໆ

ທັງກອງທັບເຮືອແລະກອງທັບອາກາດຮ່ວມຊ້ອມຮົບເກາະໄຕ້ຫວັນ
ກອງບັນຊາການພາກຕາເວັນອອກຂອງຈີນຖະແຫຼງວ່າ: ເປັນການຊ້ອມຮົບຕາມປົກກະຕິ ຕາມສະຖານະການທີ່ປ່ຽນໄປໃນຊ່ອງແຄບໄຕ້ຫວັນ

ນອກຈາກນີ້ ກອງບັນຊາການພາກຕາເວັນອອກຂອງຈີນລະບຸອີກວ່າ ທະຫານຈະຝຶກຊ້ອມແລະກຽມຄວາມພ້ອມໃນການເຮັດສົງຄາມຢ່າງຕໍ່ເນື່ອງ ເພື່ອປົກປ້ອງອະທິປະໄຕແລະຄວາມໝັ້ນຄົງຂອງຈີນ ຕະຫຼອດຈົນສັນຕິພາບກັບສະຖຽນລະພາບໃນບໍລິເວນຊ່ອງແຄບໄຕ້ຫວັນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page