ຖ້າເຮົາຕ້ອງແບກພາລະ ພຽງຄົນດຽວ..ໃຫ້ຈື່ 8ຂໍ້ນິໄວ້.

ໃຫ້ 8 ຂໍ້ຄິດນີ້ເຕືອນໃຈໄວ້ ກຳລັງໃຈເພີ່ມເມື່ອຕ້ອງແບກພາລະທຸກຢ່າງໄວ້ຄົນດຽວ

ການເລີ່ມຕົ້ນຊີວິດການເຮັດວຽກພໍ່ຮູ້ວ່າລູກເບື່ອວຽກງານທີ່ກຳລັງເຮັດຢູ່ ແຕ່ລູກຈົ່ງອົດທົນຈັກໜ້ອຍ ພໍ່ວ່າລູກຈະໄດ້ຫຍັງຫຼາກຫຼາຍ ຈາກການເຮັດວຽກ..ຈະຫຼາຍຫຼືໜ້ອຍມັນກໍຄືປະສົບການທີ່ບໍ່ຕ້ອງຊື້ຫາມາດ້ວຍເງີນ

ພຽງແຕ່ໃຊ້ສະໝອງ ,ພະລະກຳລັງແລະແນວຄິດຕ່າງໆທີ່ລູກໄດ້ຮ່ຳຮຽນມາເພາະສິ່ງເຫຼົ່ານີ້
ມັນຈະມີປະໂຫຍດກັບລູກໃນອານາຄົດຫຼາຍ ແຕ່ຫາກຄິດວ່າບໍ່ໄຫວແທ້ໆ ຈະອອກມາເຮັດທຸລະກິດນ້ອຍໆ
ກໍບໍ່ໄດ້ວ່າຫຍັງດອກ..ພໍ່ສະໜັບສະໜູນ ປະສົບການຈະເຮັດໃຫ້ເຂົ້າໃຈທັງຈຸດຢືນຂອງລູກຈ້າງແລະນາຍຈ້າງໄດ້ ແລະ ພໍເອງຢາກແນະນຳລູກແບບນີ້:

1.ຢ່າເອົາແຕ່ຫຼົບຝົນຢູ່ໃນບ້ານ ອອກມາຕັກນ້ຳຝົນໃສ່ໃນໂອ່ງໄວ້ໃຊ້ເບິ່ງ ເຖິງຈະປຽກຝົນນັ້ນຄືຄວາມສຸກຢ່າງໜື່ງ ເພາະທຸກສິ່ງທີ່ເກີດຂຶ້ນໃນໂລກບໍ່ມີບັງເອີນເມື່ອຫຼີກລ່ຽງບໍ່ໄດ້ເຮົາກໍຈົ່ງຢູ່ກັບມັນຢ່າງເຂົ້າໃຈແລະມີຄວາມສຸກ
2.ເກີດບັນຫາຫຍັງຂຶ້ນ ການທີ່ລູກເລືອກໜີບັນຫາບໍ່ແມ່ນສິ່ງທີ່ຄວນເຮັດ ເພາະບໍ່ແນ່ນອນສະເໝີໄປວ່າລູກຈະໜີມັນພົ້ນ ຫາກລູກເລືອກປະເຊີນໜ້າກັບບັນຫາບໍ່ກໍແນ່ວ່າຈະເປັນເລື່ອງທີ່ຟຫດຮ້າຍເພາະດັ່ງນັ້ນເຮົາຈົ່ງເລືອກປະເຊີນໜ້າກັບບັນຫາ

3.ຄູ່ຕໍ່ສູ້ທີ່ໜ້າຢ້ານກົວທີ່ສຸດຂອງເຮົາ ບໍ່ແມ່ນໃຜແຕ່ເປັນຄວາມຂີ້ຄ້ານຈາກຕົວເຮົາເອງ ລູກຈົ່ງຈື່ໄວ້ວ່າບໍ່ມີໃຜໂລກດີຕັ້ງແຕ່ເກີດດອກ ເຮົາທຸກຄົນຕ້ອງລົງແຮງຄວາມໂຊກດີຈຶ່ງເຂົ້າມາ
4.ຫາກຕັ້ງໃຈແທ້ໆກັບການເຮັດຫຍັງຈັກຢ່າງ ຈະບໍ່ມີຄຳເວົ້າວ່າດວງບໍ່ດີກໍເລີຍເປັນແບບນີ້ ໃຫ້ຈື່ຂຶ້ນໃຈວ່າຫາກຍັງບໍ່ທຸ່ມເທຢ່າເອົາແຕ່ໂທດດວງ

5.ໃນຊີວິດນີ້ຢ່າໄປຫວັງເພິ່ງແຕ່ດວງຖ້າບໍ່ໄດ້ເປັນຄົນສ້າງຂຶ້ນມາຕໍ່ໃຫ້ໃຊ້ເລ່ກົນຮຽກມັນກໍບໍ່ມີທາງຢູ່ກັບເຮົາໄດ້ດອກ ເພາະດັ່ງນັ້ນຈົ່ງຄາດຫວັງທີ່ຄວາມສາມາດຂອງຕົນເອງຫຼາຍກວ່າດວງ
6.ເຖິງແມ່ນວ່າຢາກຈະໄດ້ເງີນທອງເທົ່າໃດຈົ່ງຈື່ໄວ້ສະເໝີວ່າເຮົາບໍ່ເຄີຍໂກງໃຜກິນກຽດຕິຍົດນີ້ລູກຈົງ “ຮັກສາ” ໄວ້ແລະໃຫ້ລູກຫຼານຕະກູນຂອງເຮົາໄດ້ຮັບຮູ້ໃນອານາຄົດດ້ວຍ
7.ການຈະເຮັດຫຍັງຈັກຢ່າງຄົງບໍ່ແມ່ນເລື່ອງຍາກເລີຍ ການຢືນຢັດພຽງຊົ່ວຄາວນັ້ນງ່າຍແຕ່ສິ່ງທີ່ມັນຍາກຄືຕ້ອງຢືນຢັດໃຫ້ເຖິງທີ່ສຸດຈື່ໄວ້

8.ຊ່ວງລຳບາກທີ່ສຸດໃນຊີວິດຄືຊ່ວງໃກ້ຄວາມສຳເລັດທີ່ສຸດຈື່ໄວ້ເດີ່ລູກ “ຄວາມລັບຂອງຄວາມສຳເລັດຄືການເລີ່ມຕົ້ນ”
ຄວາມແຕກຕ່າງລະຫວ່າງຄົນທີ່ປະສົບຄວາມສຳເລັດ ກັບຄົນທີ່ບໍ່ປະສົບຄວາມສຳເລັດຄືການເລີ່ມຕົ້ນລົງມືເຮັດ ຜູ້ທີ່ປະສົບຄວາມສຳເລັດຄືຜູ້ທີ່ກ້າກ້າວເດີນໄປຫາຈຸດໝາຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page