ຈອນສັນກ່າວນາຍົກຄົນໃໝ່ຂອງອັງກິດຈະຕ້ອງຮັບສຶກໜັກເລື່ອງຄ່າໄຟແພງ
ບໍຣິດ ຈອນສັນ ອາດີດນາຍົກລັດຖະມົນຕີອັງກິດທ່ານນີ້ຊີ້ວ່າ ຜູ້ທີ່ຈະມາຮັບຕຳແໜ່ງນາຍົກລັດຖະມົນຕີຕໍ່ຈາກເຂົາໃນເດືອນກັນຍາ ຈະຕ້ອງຮັບເສິກໜັກເລື່ອງຄ່າໄຟຟ້າທີ່ແພງຂຶ້ນຫຼາຍ
ເຊິ່ງຈະຫະທົບຕໍ່ຫຼາຍລ້ານຄົວເຮືອນ ແລະຈະຕ້ອງອອກມາດຕາການຊ່ວຍເຫຼືອທາງການເງີນຄັ້ງໃຫຍ່ໃຫ້ແກ່ປະຊາຊົນ
ບໍຣິດ ຈອນສັນ ຂຽນບົດຄວາມກ່າວວ່າຊ່ວງຫຼາຍເດືອນທາງໜ້ານີ້ຈະເປັນຊ່ວງເວລາທີ່ລຳບາກຢ່າງຍິ່ງ ຄ່າໄຟຟ້າກຳລັງຈະແພງຫຼາຍ ຈາກປະຈຸບັນທີ່ແພງຢູ່ແລ້ວ ລັດຖະບານໄດ້ນຳເງີນພາສີຈຳນວນຫຼາຍມາຊ່ວຍເຫຼືອປະຊາຊົນແລ້ວ
ດ້ວຍການຫຼຸດຄ່າໄຟຟ້າໃຫ້ທຸກຄົນຄົວເຮືອນ 400ປອນຫຼືປະມານ 8.500.000ກີບຄົວເຮືອນລາຍໄດ້ໜ້ອຍແລະກຸ່ມສ່ຽງຈະໄດ້ຫຼຸດເພີ່ມອີກ 650ປອນຫຼືປະມານ 13.825.000ກີບ ສ່ວນຜູ້ຮັບບຳນານຈະໄດ້ຫຼຸດ 300ປອນຫຼືປະມານ 6.380.000ກີບ ແລະຜູ້ມີສິດໄດ້ຮັບສະຫວັດດີການຜູ້ພິການໄກດ້ຮັບເພີ່ມອີກ 150ປອນ ຫຼືປະມານ3.190.000ກີບ
ຫຼັງຈາກນີ້ລັດຖະບານຊຸດໃໝ່ຈະປະກາດມາດຕາການຊ່ວຍເຫຼືອທາງການເງີນຊຸດໃຫຍ່ອີກ ອາດີດນາຍົກລັດຖະມົນຕີ ຈອນສັນກ່າວໂທດສົງຄາມຣັດເຊຍກັບຢູເຄຼນວ່າ ເປັນຕົ້ນເຫດໃຫ້ຄ່າໄຟຟ້າແພງຂຶ້ນ ເພາະເຮັດໃຫ້ຕະຫຼາດພະລັງງານໄດ້ຮັບຜົນກະທົບຢ່າງຮຸນແຮງ.