ລັດເຊຍ-ຢູເຄຼນຕ່າງໂທດກັນແລະກັນວ່າໂຈມຕີພື້ນທີ່ໃກ້ໂຮງໄຟຟ້າ

ລັດເຊຍ-ຢູເຄຼນຕ່າງໂທດກັນແລະກັນວ່າໂຈມຕີພື້ນທີ່ໃກ້ໂຮງໄຟຟ້າ

ລັດເຊຍແລະຢູເຄຼນອອກມາກ່າວຫາກັນເອງຄັ້ງໃໝ່ວ່າຍິງປືນໃຫຍ່ໂຈມຕີໃກ້ໂຮງໄຟຟ້ານິວເຄຼຍຊາໂປຣິດເຊຍ ເຊິ່ງເຮັດໃຫ້ນານາຊາດວິຕົກດກັງວົນແຕ່ລະດັບສານລັງສີໃນພື້ນທີ່ຍັງຢູ່ໃນລະດັບປົກກະຕິ

ລັດເຊຍແລະຢູເຄຼນຕ່າງກ່າວຫາເຊິ່ງກັນແລະກັນຄັ້ງໃໝ່ໃນວັນເສົາວ່າຍິງປືນໃຫຍ່ໂຈມຕີຮອບໂຮງໄຟຟ້ານິວເຄຼຍໃນຢູເຄຼນທີ່ຣັດເຊຍຄວບຄຸມຢູ່ເຊິ່ງເປັນປະເດັນທີ່ສ້າງຄວາມວິຕົກກັງວົນຂອງນານາຊາດວ່າການຕໍ່ສູ້ໃນພື້ນທີ່ດັ່ງກ່າວອາດເຮັດໃຫ່ເກີດໄພພິບັດ

ຊາໂປຣິດເຊຍ ເຊິ່ງເປັນໂຮງງານໄຟ້ານິວເຄຼຍທີ່ໃຫຍ່ທີ່ສຸດຂອງຢູໂຣບຢູ່ໃນການຄວບຄຸມຂອງກອງທັບຣັດເຊຍຕັ້ງແຕ່ຕົ້ນເດືອນມີນາທີ່ຜ່ານມາ ແຕ່ເຈົ້າໜ້າທີ່ລັດຖະບານຢູເຄຼນຍັງຄົງປະຕິບັດໜ້າທີ່ຢູ່ໂຮງໄຟຟ້ານິວເຄຼຍແຫ່ງນີ ແລະໃນຊ່ວງບໍ່ຮອດອາທິດທີ່ຜ່ານມາທັງສອງຝ່າຍຕ່າງກ່າວຫາເຊິ່ງກັນແລະກັນວ່າຍິງປືນໃຫຍ່ໂຈມຕີພື້ນທີ່ໃກ້ໂຮງໄຟຟ້ານິວເຄຼຍ

ຂະນະທີ່ Enerhoatom ຣັດວິສາຫະກິດດ້ານພະລັງງານນິວເຄຼຍຂອງຢູເຄຼນຖະແຫຼງວ່າ ທະຫານຣັດເຊຍຍິງປືນໃຫຍ່ເຂົ້າໄປໃນພື້ນທີ່ຂອງໂຮງໄຟຟ້ານິວເຄຼຍອີກໃນຊ່ວງ 24ຊົ່ວໂມງທີ່ຜ່ານມາ ເຊິ່ງຂະນະນີຢູ່ລະຫວ່າງການກວດສອບຄວາມເສຍຫາຍ

Leave a Reply

Your email address will not be published. Required fields are marked *

You cannot copy content of this page