“ໝູ່ບ້ານທີ່ຮັ່ງມີທີ່ສຸດ” ທຸກສິ່ງທຸກຢ່າງຟຣີ ແຕ່ມີຂໍ້ຫ້າມຢ່າງໜື່ງ

ເປີດຮູບ “ໝູ່ບ້ານທີ່ຮັ່ງມີທີ່ສຸດ” ທຸກສິ່ງທຸກຢ່າງຟຣີ ແຕ່ມີຂໍ້ຫ້າມຢ່າງໜື່ງ

ມາຮູ້ຈັກໝູ່ບ້ານ ຮົວຊີ (Huaxi Village) ຕັ້ງຢູ່ໃນເມືອງຈາງຍິນ ທາງຕາເວັນອອກຂອງປະເທດຈີນ
ໝູ່ບ້ານແຫ່ງນີ້ມີສະມາຊິກປະມານ 2.000ຄົນ ເຊິ່ງແຕ່ລະຄົນມີລາຍໄດ້ສະເລ່ຍຢ່າງໜ້ອຍປະມານ 5ລ້ານບາດຕໍ່ປີ ( 25.000.000ກີບ)

ແລະທຸກຄົນມີບ້ານຫຼັງໃຫຍ່, ມີລົດໃຫຍ່ແລະມີສິ່ງອຳນວຍຄວາມສະດວກອື່ນໆໃນຊີວິດຄົບທຸກຢ່າງ
ເຊິ່ງປະຈຸບັນຖືເປັນຕົວຢ່າງຂອງໝູ່ບ້ານທີ່ປະສົບຄວາມສຳເລັດທີ່ສຸດ ໝູ່ບ້ານແຫ່ງນີ້ກໍ່ຕັ້ງຂຶ້ນໃນປີ 1961 ຈາກແຕ່ກ່ອນເປັນໝູ່ບ້ານນ້ອຍໆ ທີ່ມີຊາວບ້ານທຸກຍາກເຮັດການປູກຝັງ

ແຕ່ດ້ວຍກະຜັກດັນຂອງ ອູ໋ເຫຍິນເປົ່າ ອາດີດເລຂາທິການຄະນະກຳມະການພັກຄອມມູນິດ ທີ່ສ້າງແຜນພັດທະນາອຸດສາຫະກຳລະບົບເກັບກ່ຽວຜະລິດແລະກໍ່ຕັ້ງບໍລິສັດຂຶ້ນມາ ໂດຍເຂົາໄດ້ນຳບໍລິສັດເຂົ້າຕະຫຼາດຫຼັກຊັບໃນຊ່ວງທ້າຍສະຕະຫວັດ 1990 ແລະມີຊາວບ້ານທຸກຄົນເປັນຜູ້ຖືຫຸ້ນ

ເຖິງແມ່ນວ່າ ອູ໋ເຫຍິນເປົ່າ ຈະເສຍຊີວິດໃນປີ 2013ແຕ່ເຂົາກໍໄດ້ພິສູດໃຫ້ເຫັນວ່າການປົກຄອງແບບຄອມມູນິດກໍສາມາດເຮັດໃຫ້ຜູ້ຄົນໃນໝູ່ບ້ານນີ້ຈະເລີນຮຸ່ງເຮືອງໄດ້ໂດຍອຸດສາກະກຳຜ້າໄໝ, ເຫຼັກ ແລະອຸດສາຫະກຳການທ່ອງທ່ຽວຂອງໝູ່ບ້ານຮົວຊີ ສ້າງລາຍໄດ້ເຖິງ 9.6ພັນລ້ານຫຼຽນໃນປີ 2012ເຊິ່ງແນ່ນອນວ່າຜົນກຳໄລທັງໝົດຖືກປັນຜົນໃຫ້ກັບຜູ້ຖືຫຸ້ນທຸກຄົນໃນໝູ່ບ້ານ ເຖິງຈະມີລາຍໄດ້ທີ່ມະຫາສານແຕ່ກໍຕ້ອງຖືກຫັກພາສີເຖິງ 80% ແລກກັບການທີ່ພວກເຂົາຈະໄດ້ຢູ່ໃນບ້ານຫຼູ,ລົດໃຫຍ່ຄັນໃໝ່ແລະສິ່ງອຳນວຍຄວາມສະດວກອື່ນໆອີກຫຼາກຫຼາຍ

ລວມໄປເຖິງການໄດ້ໃຊ້ເຮລິັ້ຄັອບເຕີ່ສ່ວນຕົວຂອງເມືອງ ເຊິ່ງທຸກຢ່າງຟຣີທັງໝົດ ລວມໄປເຖິງເງີນບຳນານທີ່ຈະໄດ້ຮັບເມື່ອຜູ້ຍິງມີອາຍຸ 50ປີຂຶ້ນໄປແລະຜູ້ຊາຍມີອາຍຸ 55ປີີຂຶ້ນໄປ. ແຕ່ມີຂໍ້ຫ້າມເຊັ່ນ: ການຫຼິ້ນການ ພະ ນັນ ແລະຢາ ເສບ ຕິດ ທຸກຊິນິດ ຖຶກຫ້າມຢ່າງເດັດຂາດ, ຫ້າມທຸກຄົນເວົ້າຫຼືໃຫ້ສຳພາດກັບນັກຂ່າວຕ່າງໆກໍຕາມກ່ຽວກັບເລື່ອງຂອງຕົນເອງໃນບ່ອນນີ້ອີກດ້ວຍແລະຕ້ອງມາເຮັດວຽກຕະຫຼອດ 7ມື້ຫາກໃຜຝ່າຝືນກົດຈະຖືກຍຶດທຸກຢ່າງທີ່ມີທັນທີ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page