ພາດທ່າ! ຢູເຄຼນເປີດໂຈມຕີຕອບໂຕ້ຣັດເຊຍແຕ່ລົ້ມເຫຼວແຖມຍັງສູນເສຍໜັກ

ພາດທ່າ! ຢູເຄຼນເປີດໂຈມຕີຕອບໂຕ້ຣັດເຊຍແຕ່ລົ້ມເຫຼວແຖມຍັງສູນເສຍໜັກ

ກອງທັບຢູເຄຼນທີ່ໄດ້ແຮງໜູນຈາກການຍົກລະດັບຄວາມຊ່ວຍເຫຼືອດ້ານການທະຫານຂອງຕາເວັນຕົກ ໄດ້ເປີດປະຕິບັດການໂຈມຕີທີ່ລໍຖ້າມາດົນ ເພື່ອທວງຄືນດິນແດນທາງພາກໃຕ້ຂອງປະເທດ

ໃນຂະນະທີ່ກອງກຳລັງຣັດເຊຍຍິງປືນໃຫຍ່ຖືກພື້ນທີ່ຊຸມຊຸນໃນເມືອງມີໂຄລາອີ ເຊິ່ງຕັ້ງຢູ່ແຄມທະເລດຳ ທີ່ຍັງຄົງຢູ່ພາຍໃຕ້ການຄວບຄຸມຂອງຢູເຄຼນ
ຣັດເຊຍເຜີຍວ່າຢູເຄຼນໄດ້ເປີດປະຕິບັດການໂຈມຕີຮອບໃໝ່ ແຕ່ມັນລົ້ມເຫຼວແລະກອງກຳລັງຢູເຄຼນປະສົບຄວາມສູນເສຍ ບາດເຈັບລົ້ມຕາຍເປັນຈຳນວນຫຼາຍ

ແນວໃດກໍຕາມຫ່າຈະຫຼວດຂອງຢູເຄຼນສົ່ງຜົນໃຫ້ເມືອງໂນວາ ຄາຄອບຄາ ທີ່ຢູ່ພາຍໃຕ້ການຍຶດຄອງຂອງຣັດເຊຍບໍ່ມີນ້ຳຫຼືໄຟຟ້າໃຊ້ ຈາກການເປີດເຜີຍຂອງບັນດາເຈົ້າໜ້າທີ່ຂອງອົງການບໍລິການທ້ອງຖິ່ນທີ່ໄດ້ຮັບການແຕ່ງຕັ້ງຈາກຣັດເຊຍ
ການໂຈມຕີທາງທະຫານຮອບໃໝ່ຂອງຢູເຄຼນ ມີຂຶ້ນຫຼັງຈາກສະຖານະການສູ້ຮົບຢູ່ໃນພາວະຢັນກັນໄປຢັນກັນມາຕະຫຼອດຫຼາຍອາທິດຫຼັງສຸດ

ໃນສົງຄາມທີ່ຂ້າ ຊີວິດຜູ້ຄົນຫຼາຍພັນຄົນ ເຮັດໃຫ້ປະຊາຊົນຫຼາຍຫຼານຄົນຕ້ອງອົບພະຍົບຖິ່ນຖານ,ເມືອງຕ່າງໆ ຖືກທຳລາຍແລະກໍ່ວິກິດພະລັງງານ ແລະ ອາຫານໂລກ ທ່າມກາງມາດຕາການຂວ້ຳບາດໜັກໜ່ວງສຸດຢ່າງທີ່ບໍ່ເຄີຍມີມາກ່ອນ ທີ່ຕາເວັນຕົກກຳໜົດຫຼິ້ນງານຮັດເຊຍ


ປະຕິບັດການຂອງຮັດເຊຍຍິງປືນໃຫຍ່ຖະຫຼົ່ມເມືອງມີໂຄລາອີບ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 2ຄົນ ບາດເຈັບ 24ຄົນ ແລະທພລາຍບ້ານເຮືອນໄປຫຼາຍຫຼັງຈາກການເປີດເຜີຍຂອງເຈົ້າໜ້າທີ່ເມື່ອງແລະຜູ້ເຫັນເຫດການ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page