5 ສາເຫດຄວາມຄິດຄົນທຸກທີ່ຕ່າງຈາກຄົນລວຍທີ່ຍິ່ງລວຍຂຶ້ນ( ເຈົ້າຕັ້ງໃຈສ້າງຂຶ້ນເອງ)

ສາເຫດຄວາມທຸກຍາກໜື່ງສາເຫດທາງການເງີນທີ່ເຮັດໃຫ້ຄົນເຮົາອົດທົນເຮັດວຽກງານເພື່ອດຳລົງຊີວິດຢູ່ລອດ

ແຕ່ເລື່ອງ “ການເງີນ” ນັ້ນເຮັດໃຫ້ຊີວິດປ່ຽນຈາກຄວາມສະບາຍໃນຊີວິດມາເປັນຄວາມຄຽດທີ່ຕ້ອງຫາເງີນເພີ່ມ ເພາະເຂົ້າໃຈການໃຊ້ຈ່າຍເງີນແບບຜິດໆ 5 ຂ້ສຳຄັນກ່ຽວກັບການໃຊ້ຈ່າຍເງີນ ທີ່ຄົນນິຍົມເຮັດດ້ວຍຄວາມບໍ່ຮູ້ຫຼືຮູ້ແລ້ວກໍເບິ່ງຂ້າມໄປ

1.ຢູ່ແບບຫາເຊົ້າກິນຄ່ຳ: ບໍ່ມີໃຜຢາກມີຊີວິດຫຼືຖານະການເງີນແບບຫາເຊົ້າກິນຄ່ຳ ໝາຍເຖິງຫາໄດ້ເທົ່າໃດກໍໃຊ້ຈ່າຍໝົດໄປເທົ່ານັ້ນ, ບໍ່ມີເງີນເຫຼືອບໍ່ມີເງີນເກັບການເປັນສາເຫດຄວາມທຸກຍາກໃຊ້ຊີວິດແບບໝຸນເງີນເດືອນຕໍ່ເດືອນໄປເລື້ອຍໆ

2.ອອມເງີນແຕ່ອົມໜີ້: ລອງຄິດຫຼິ້ນໆວ່າຖ້າເຮົາໄດ້ເງີນເດືອນມາກ້ອນໜື່ງ ສິ່ງທີ່ຫຼາຍຄົນເຮັດຄື ການທ່ຽວຫຼິ້ນໃຊ້ຈ່າຍເງີນແບບຟຸ້ມເຟືອຍ ບາງຄົນທີ່ຄິດໄດ້ກໍມີການແບ່ງສັດສ່ວນເປັນເງີນອອມ ບາງຄົນເບິ່ງເຫັນຄຸນຄ່າການເງີນຫຼາຍກ່ອນນັ້ນ
ຈອ່ງບໍ່ແມ່ນພຽງເກັບອອມ ແຕ່ນຳເງີນໄປລົງທືນຫາຜົນຕອບແທນເພີ່ມເຕີມ ເບິ່ງຄືຈະດີແຕ່ຖ້າໃນຕອນນັ້ນເຮົາກຳລັງມີພາລະໜີ້ຢ່າລືມຄິດຫາການຈ່າຍຊຳລະໜີ້ເພື່ອຫຼຸດດອກເບ້ຍເຊັ່ນກັນ

3.ຮຽນຈົບຕ້ອງມີລົດ: ຫາກເຮົາຫາກໍຈົບແລະເລີ່ມຕົ້ນຊີວິດການເຮັດວຽກດ້ວຍຂອງຂັວນສິ່ງທຳອິດດ້ວຍການຊື້ລົດໃຫຍ່ແບບເງີນຜ່ອນ ເຮົາຄວນຄິດໃໝ່ດຽວນີ້ ມູນຄ່າລົດໃຫຍ່ດົນໄປກໍມີແຕ່ຫຼຸດລົງ ສົມຊື່ ແລະກາຍເປັນສາເຫດຄວາມທຸກໄດ້ເຊັ່ນກັນ ໄວເຮັດວຽກເລີ່ມຕົ້ນເປັນໄວທີ່ມີພາລະການເງີນບໍ່ໜັກຫຼາຍຫາກລົ້ມກໍຍັງລຸກງ່າຍ ເຮົາຄວນນຳເງີນໄປລົງທືນໃນສິ່ງທີ່ມັນງອກເງີຍ

4.ປ່ອຍບັດເຄຕິດ ທຳລາຍເຄດິດຕົນເອງ: ບັດເຄຕິດປຽບເປັນການໃຊ້ຈ່າຍເງີນອານາຄົດເປັນການໃຊ້ຈ່າຍຊຳລະເງີນຜ່ານບັດແທນການພົກເງີນສົດ ວັດຖຸປະສົງເພື່ອຄວາມສະດວກໃນການຊື້ຂອງກິນຂອງໃຊ້ ຫຼືໃຊ້ຈ່າຍເພື່ອການພັກຜ່ອນຕາມອັດທາຍະໄສລາຍກວ່າ ການເປັນເງີນທືນສຳຮອງຈ່າຍໜີ້ກ້ອນອື່ນ

5.ເພີ່ມວົງເງິນກູ້ໃຊ້ແບບເພີນໆ: ມີຄົນຈຳນວນບໍ່ໜ້ອຍທີ່ຄິດວ່າ ການຊື້ເຮືອນຈັກຫຼັງ, ພຽງເກັບອອມແຕ່ເງີນວາງດາວກໍພໍແລ້ວຄ່ອຍໄປກູ້ສິນເຊື່ອບ້ານຜ່ອນຈ່າຍທະນາຄານໄປເປັນງວດໆ, ຍິ່ງໄປກວ່ານັ້ນມີຄວາມຄິດຄືວ່າເງີນກ້ອນນັ້ນເປັນເງີນຟຣີ ບໍ່ມີຕົ້ນທືນກາຍເປັນການກູ້ເກີນຄວາມຈຳເປັນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page