ປະທານາທິບໍດີໂຈ ໄບເດນຂອງສະຫະລັດມີແຜນຂໍໃຫ້ສະພາຄອງເກດອານຸມັດຂາຍອາວຸດໃຫ້ໄຕ້ຫວັນ ມູນຄ່າປະມານ 1.100ລ້ານໂດລາສະຫະລັດ
ແຫຼ່ງຂ່າວທີ່ໃກ້ຊິດກັບເລື່ອງນີ້ເຜີຍວ່າ ຂໍ້ຕົກລົງຊື້-ຂາຍອາວຸດດັ່ງກ່າວ ຍັງຢູ່ໃນຂັ້ນເລີ່ມຕົ້ນ ສ່ວນອາວຸດທີ່ສະຫະລັດຈະຂາຍຂໃຫ້ໄຕ້ຫວັນມີລວມທັງລູກສອນໄຟຕໍ່ຕ່ານເຮືອຮົບລຸ່ນ AGM-84L Harpoon Block II ຈຳນວນ 60ລູກ
ແລະ ລູກສອນໄຟແບບອາວຸດເສີມແຂ້ວໃຫ້ກັບເຮືອບິນຮົບລຸ່ນ F-16 ທີ່ຜະລິດໃນສະຫະລັດ
ລັດຖະບານຂອງໄບເດນ ໄດ້ຂ້ໍສະຫຼຸບກ່ຽວກັບການຊື້-ຂາຍອາວຸດຮອບນີ້ໃຫ້ກັບໄຕ້ຫວັນແລ້ວ ຈະຕ້ອງສົ່ງໃຫ້ຄະນະກຳມາທິການວິເທດສຳພັນຂອງສະພາຄອງເກດພິຈາລະນະແລະຄາດວ່າຈະມີການອານຸດາມັດຕາມນັ້ນ
ຂ່າວການຊື້-ຂາຍອາວຸດຮອບໃມ່ມີອອກມາທ່າມກາງບັນຫາຕຶງຄຽດໃນຊ່ອງແຄບໄຕ້ຫວັນນັບຕັ້ງແຕ່ແນນຊີ ເພໂລຊີ ປະທານສະພາຜູ້ແທນຂອງສະຫະລັດເດີນທາງຢ້ຽມໄຕ້ຫວັນ ເຖິງແມ່ນຈີນຈະປະທ້ວງຄັດຄ້ານຈົນຕ້ອງຊ້ອມຮົບດ້ວຍລູກປືນແທ້ໃກ້ໄຕ້ຫວັນ
ໃນຊ່ວງທີ່ຜ່ານມາສະຫະລັດໄດ້ສົ່ງເຮືອຮົບ 2ລຳແລ່ນຜ່ານນ່ານນ້ຳຊ່ອງແຄບໄຕ້ຫວັນເພື່ອສະແດງອອກໃຫ້ເຫັນເຖິງເສລີພາບການເດີນເຮືອໃນພາກພື້ນໂດຍມີຈີນສົ່ງເຮືອແລ່ນຕິດຕາມພ້ອມສົ່ງຄຳເຕືອນເພາະເບິ່ງວ່າເປັນການຍຸແຍ່ຈາກສະຫະລັດ.