ຈົ່ງເຮັດຊີວິດໃຫ້ຄື “ ເປັດລອຍນ້ຳ” ( ຂໍ້ຄິດໃຫ້ກຳລັງໃຈດີຫຼາຍ)
ເວລາເຮົານັ່ງເບິ່ງເປັດຈາກແຄມຝັ່ງ ເຮົາຈະຮູ້ສຶກວ່າໂຕມັນນິ່ງໆ ແຕ່ຖ້ານ້ຳໃສຈັກໜ້ອຍ ແລະເຮົາສັງເກດເບິ່ງດີໆ
ຈະເຫັນເລີຍວ່າ..ພາຍໃຕ້ຄວາມນິ່ງນັ້ນມັນຕີຕີນຢູ່ລຸ່ມນ້ຳຕະຫຼອດເວລາ ບໍ່ມີຢຸດພັກ
ຊີວິດຄົນເຮົາກໍເຊັ່ນກັນ..ບໍ່ວ່າເຮົາຈະພົບວຽກໜັກເທົ່າໃດ, ເຮົາກໍຕ້ອງປະຄອງຕົນເອງໄປໃຫ້ໄດ້
ຄ້າຍຄືເປັດທີ່ຕ້ອງຕີຕີນຢູ່ລຸ່ມນ້ຳຕະຫຼອດເວລາ
ເຖິງແມ່ນວ່າຈະເມື່ອຍລ້າກໍຢຸດບໍ່ໄດ້ເພາະອາດຈະຈົມລົງ
ດ້ວຍພາລະໜີ້ສິນທີ່ມີໜ້າທີ່ ຄວາມຮັບຜິດຊອບຕໍ່ຄົນໃນຄອບຄົວ
ເຮົາກໍຄວນຮັກສາຄວາມສະຫງຽມຄ່ຽມຄົມພາຍນອກເອົາໄວ້ບໍ່ສະແດງຄວາມເກັ່ງໃຫ້ໃຜເຫັນ
“ຈົງເຮັດວຽກໜັກແບບມິດໆ ແລ້ວປ່ອຍໃຫ້ຄວາມສຳເລັດເວົ້າແທນ”
1.ຫາກເຮົາບໍ່ຄິດແບ່ງແຍກເຮົາຈະຫຼາຍດ້ວຍມິດສະຫາຍ ຫາກເຮົາມີກຳລັງຈົ່ງຊ່ວຍຄົນອື່ນທີ່ລຳບາກກວ່າແບບນີ້ຮຽກວ່າ “ສ້າງບາລະມີ”
2.ຈົ່ງຮຽນຮູ້ທີ່ຈະເປັນຜູ້ໃຫ້ເບິ່ງ ຢ່າຄິດແຕ່ຈະເປັນຜູ້ໄດ້ຢູ່ຝ່າຍດຽວ ທາງເດີນຂອງເຮົາຈະຍິ່ງມາຍິ່ງກວ້າງຂວາງແບບນີ້ຍິ່ງ “ເສີມບຸນວາດສະໜາ”
3.ຢ່າເອົາແຮງກົດດັນມາເປັນແຮງຂັບເຄື່ອນ ໃຊ້ຮ່າງກາຍຈົນເກີນກຳລັງ ກຳໄລເທົ່າໃດກໍຂາດທືນ
4.ສິ່ງຂອງຟຸ້ມເຟືອຍບາງຢ່າງນຳຄວາມພໍໃຈມາສູ່ເຮົາພຽງຄັ້ງຄາວ ແຕ່ມັນເຕີມເຕັມຊີວິດເຮົາບໍ່ໄດ້ຕະຫຼອດໄປ
5.ຄົນອື່ນອາດລົງແຮງຫຼາຍກວ່າເຮົາ ແຕ່ເປັນເພາະເຮົາບໍ່ໄດ້ເຫັນຕອນທີ່ເຂົາລົງແຮງ
6.ຢ່າຄິດວ່າຮັບລາດຊະການແລ້ວຈະເໜືອກວ່າຊາວບ້ານເຖິງເວລາກະສຽນກໍຕ້ອງເປັນຊາວບ້ານຄືເກົ່າ
7.ຢ່າໃຊ້ຮ່າງກາຍຫຼາຍເກີນໄປ ສຸຂະພາບດີ ຄື “ຕົ້ນທືນ” ຮ່າງກາຍບໍ່ແຂງແຮງເຮົາຈະໃຊ້ຊີວິດແບບມີຄວາມສຸກໄດ້ແນວໃດ
8.ຢ່າເຫັນການທັກທາຍຂອງໃຜເປັນສິ່ງທີ່ໜ້າລຳຄານຄົນທີ່ສົ່ງຂໍ້ຄວາມໃຫ້ເຮົາຕະຫຼອດເພາະເຮົາຍັງຢູ່ໃນສາຍຕາເຂົາ
9.ຢ່າເຫັນ “ຊື່ສຽງ” ເປັນສິ່ງທີ່ສຳຄັນຫາກໄຮ້ເຊິ່ງຄວາມດີງາມຍິ່ງໃຫຍ່ເທົ່າໃດກໍບໍ່ໜ້ານັບຖື