ສະຫະລັດສັ່ງຢຸດໃຊ້ເຮລິຄັອບເຕີ່H-47 ຫຼັງພົບເຮືອບິນໄຟໄໝ້ຫຼາຍຄັ້ງ
ກອງທັບສະຫະລັດມີຄຳສັ່ງຢຸດໃຊ້ເຮລິຄັອບເຕີ່ H-47 “ ຊີນຸູກ” ເຊິ່ງເປັນເຮືອບິນລຳລຽງຫຼັກທີ່ຖືກໃຊ້ໃນພາລະກິດສົງຄາມຂອງອາເມຣິກາທັງໃນຫວຽດນາມແລະຕາເວັນອອກກາງ ຫຼັງເກີດບັນຫາເຄື່ອງຍົນໄຟຟ້າໄໝ້ຫຼາຍຄັ້ງ
ຄຳສັ່ງດັ່ງກ່າວມີຜົນຄວບຄຸມເຮລິຄັອບເຕີ່ຊີນຸກປະມານ 400ລຳ ຂະນະທີ່ບໍລິສັດຮັນນີເວວເປັນຜູ້ຜະລິດເຄື່ອງຍົນລຸ່ນນີ້ອອກມາໃຫ້ຂໍ້ມູນວ່າບັນຫາທີ່ພົບໜ້າຈະເກີດຈາກຊິ້ນສ່ວນ O-ring ໃນເຮລິຄັອບເຕີ່ບາງລຳ ບໍ່ໄດ້ມາດຕະຖານ
ເຖິງແມ່ນວ່າຈະຍັງບໍ່ໄດ້ເກີດການເສຍ ຊີວິດ ຫຼືບາດເຈັບກໍຕາມແຕ່ກອງທັບໄດ້ມີຄຳສັ່ງຢຸດໃຊ້ຝູງເຮືອບິນ H-47 ເປັນການຊົ່ວຄາວ ເພືອ່ປ້ອງກັນໄວ້ກ່ອນຈົນກວ່າຂະບວນການແກ້ໄຂຈະສຳເລັດ
ອາກາດຍານແບບ 2ໃບພັດນີສາມາດບັນທຸກນ້ຳໜັກໄດ້ເຖິງ 12.000ກິໂລແລະຕິດຕັ້ງລະບົບອາວຸດທີ່ທັນສະໄໝສຳລັບປະຕິບັດງານໃນພື້ນທີ່ສົງຄາມ ແຕ່ກໍມີການນຳໄປໃຊ້ໃນພາລະກິດບັນເທົາທຸກຢູ່ຕະຫຼອດເຊັ່ນກັນ.