ເພື່ອນບ້ານຕົກໃຈແຮງ ພົບສະພາບຂ້າງບ້ານ ຍິ່ງກວ່າກອງຂີ້ເຫຍື້ອ ຮູ້ຈັກເຈົ້າຂອງບ້ານຍິ່ງຕົກໃຈ
ຮຽກໄດ້ວ່າເປັນອີກໜື່ງເລື່ອງລາວທີ່ໜ້າຕົກໃຈເວັບໄຊຕ໌ຕ່າງປະເທດລາຍງານວ່າ ໃນໄຕ້ຫວັນໄດ້ແຊສະພາບເຮືອນຫຼັງໜື່ງສຸດສະຫຍອງ ມີລັກສະນະບໍ່ຕ່າງຈາກກອງເກັບຂີ້ເຫຍື້ອ ລະດັບຄວາມສົກກະປົກແບບສຸດໆ
ຈົນເຮັດໃຫ້ໃຜຫຼາຍຄົນເກີດຄວາມສົງໃສວ່າ ເຈົ້າຂອງເຮືອນຢູ່ໄດ້ແນວໃດກ່ອນຮູ້ຈັກເຈົ້າຂອງເຮືອນຍິ່ງຕົກໃນກວ່າເກົ່າ
ໂດຍຜູ້ໂພສລະບຸວ່າ ເຮືອນຫຼັງດັ່ງກ່າວເປັນເພື່ອນບ້ານຂອງລາວ ເຊິ່ງເຂົາໄດ້ມີໂອກາດເຂົ້າໄປເຫັນແລະຕົກໃຈຫຼັງສະພາບຂ້າງໃນ
ກ່ອນຈະໄດ້ຖ່າຍຮູບລົງເຟສເຜີຍໃຫ້ເຫັນວ່າ ມີກອງຂີ້ເຫຍື້ອກອງໃຫຍ່ໃນເຮືອນທຸກຊອກທຸກມຸມ, ຖືກຖິ້ມຍາຍຊະຊາຍທົ່ວເຮືອນ ລວມເຖິງໃນຫ້ອງນອນກໍມີຂີ້ເຫຍື້ອຢູ່ປາຍຕຽງຈຳນວນຫຼາຍແລະຄາບເປືອນເຕັມໄປໝົດຈົນໃຜຫຼາຍຄົນຄິດວ່າເປັນເຮືອນຮ້າງ
ແຕ່ຍິ່ງໄປກວ່ານັ້ນເຮືອນຫຼັງນີ້ຄື ມີຄົນຢູ່ເຮືອນແທ້ , ບໍ່ແມ່ນເຮືອນເຊົ່າແຕ່ຢ່າງໃດ ແຖມຖານະຂອງເຈົ້າຂອງເຮືອນຍັງບໍ່ແມ່ນທຳມະດາ ເຊິ່ງເຈົ້າຂອງເຮືອນລວຍ ເພາະເປັນທັງເຈົ້າຂອງທີ່ດິນແລະເຈົ້າຂອງເງີນຫຼາຍຮ້ອຍລ້ານໃນບັນຊີທະນາຄານ ແລະພາຍໃນເຮືອນຍັງເປີດແອຖິ້ມໄວ້ຕະຫຼອດທັງປີອີກດ້ວຍ
ທັ້ງນີ້ຫຼັງຈາກໂພສດັ່ງກ່າວຖືກແຊອອກໄປ ໄດ້ມີຊາວເນັດເຂົ້າມາສະແດງຄວາມຄິດເຫັນແລະວິພາກວິຈານກັນເປັນຈຳນວນຫຼາຍ ຫຼາຍຄົນເຫັນແລ້ວບໍ່ຢາກເຊື່ອວ່າຈະເປັນເຮືອນທີ່ມີຄົນຢູ່ໄດ້ແຖມເຈົ້າຂອງເຮືອນມີຖານະທີ່ບໍ່ທຳມະດາອີກດ້ວຍ.