ກອງທັບໄຕ້ຫວັນຍິງເຕືອນໂດຼນຈີນ! ປະກາດຕອບໂຕ້ຫາກຈີນລຸກລ້ຳເຂດແດນ

ກອງທັບໄຕ້ຫວັນຍິງເຕືອນໂດຼນຈີນ! ປະກາດຕອບໂຕ້ຫາກຈີນລຸກລ້ຳເຂດແດນ

ກອງທັບໄຕ້ຫວັນປະກາດວ່າ ຈະດຳເນີນການດ້ວຍສິດປ້ອງກັນຕົນເອງແລະຕອບໂຕ້ຫາກກອງກຳລັງທະຫານຈີນບຸກລ້ຳເຂົ້າມາໃນເຂດແດນຂອງໄຕ້ຫວັນ ທ່າມກາງການຊ້ອມຮົບຢ່າງຕໍ່ເນື່ອງຂອງກອງທັບຈີນໃກ້ເກາະໄຕ້ຫວັນ

ກ່ອນໜ້ານີ້ຈີນຊ້ອມຮົບອ້ອມເກາະໄຕ້ຫວັນມາຕະຫຼອດ ເພື່ອຕອບໂຕ້ທີ່ ແນນຊີ ເພໂລຊີ ປະທານສະພາຜູ້ແທນລາດສະຫະລັດ ເດີນທາງຢ້ຽມກຮຸງໄທເປຂອງໄຕ້ຫວັນໃນເດືອນນີ້
ແນວໃດກໍຕາມໄຕ້ຫວັນຍິງເຕືອນໄປທີ່ໂດຣນລຳໜື່ງຂອງຈີນເປັນຄັ້ງທຳອິດ

ຫຼັງປະທານາທິບໍດີໄຊ່ ອິງເຫວິນຜູ້ນຳໄຕ້ຫວັນສັ່ງກອງທັບໃຫ້ດຳເນີນມາດຕາການຕອບໂຕ້ຢ່າງເດັດຂາດຕໍ່ສິ່ງທີ່ລາວບອກວ່າເປັນການຕົວະຍົວະຂອງຈີນ ນອກຈາກນັ້ນໄຕ້ຫວັນແຈ້ງວ່າ ໂດຣນຂອງຈີນບິນເຂົ້າໃກ້ເກາະນ້ອຍໆຂອງໄຕ້ຫວັນໃກ້ຊາຍຝັ່ງຈີນຫຼາຍຄັ້ງ

ຫຼິນ ເວິນ-ຫວງ ຮອງປະທານເສນາທິການທະຫານຝ່າຍປະຕິບັດການແລະວາງແຜນແຫ່ງກອງທັບໄຕ້ຫວັນ ເປີດເຜີຍວ່າ ກອງທັບໄຕ້ຫວັນຈະດຳເນີນການດ້ວຍສິດທິດຽວກັນນີ ເພື່ອຕອບໂຕ້ໂດຣນຂອງຈີນທີ່ບໍ່ສົນໃຈຄຳເຕືອນໃຫ້ອອກໄປຈາກເຂດແດນຂອງໄຕ້ຫວັນຫຼັງມີທ່າທີຄຸກຄາມ

Leave a Reply

Your email address will not be published. Required fields are marked *

You cannot copy content of this page