ພ້ອມຮົບ! ໄຕ້ຫວັນຈະໃຊ້ສິດປ້ອງກັນແລະຕອບໂຕ້ຫາກຈີນບຸກເຂົ້າມາ

ພ້ອມຮົບ! ໄຕ້ຫວັນຈະໃຊ້ສິດປ້ອງກັນແລະຕອບໂຕ້ຫາກຈີນບຸກເຂົ້າມາ

ໄຕ້ຫວັນລະບຸຈະໃຊ້ສິດໃນການປ້ອງກັນຕົນເອງແລະໂຈມຕີຕອບໂຕ້ຫາກວ່າກອງກຳລັງຈີນບຸກເຂົ້າມາໃນດິນແດນຄຳປະກາດກ້າວເຊິ່ງເກີດຂຶ້ນໃນຂະນະທີ່ປັກກິ່ງຍົກລະດັບຄວາມເຄື່ຶອນໄຫວທາງການທະຫານໃກ້ເກາະປົກຄອງຕົນເອງຕາມລະບອບປະຊາທິປະໄຕແຫ່ງນີ້

ປັກກິ່ງ ເຊິ່ງອ້າງວ່າໄຕ້ຫວັນເປັນສ່ວນໜື່ງຂອງດິນແດນ ເຮັດການຊ້ອມຮົບຫຼານຮອບບໍລິເວນໃກ້ຄຽງໝູ່ເກາະແຫ່ງນີ້ ມາຕັ້ງແຕ່ຊ່ວງຕົ້ນເດືອນສິງຫາ ຕອບໂຕ້ການເດີນທາງຢ້ຽມກຣຸງໄທເປຂອງນາງແນນຊີ ເພໂລຊີ ປະທານສະພາຜູ້ແທນລາດສະຫະລັດ

ເຈົ້າໜ້າທີ່ປ້ອງກັນປະເທດລະບຸວ່າ “ຈີນຍັງຄົງເດີນໜ້າລາດຕະເວນທາງທະຫານໃກ້ໄຕ້ຫວັນຢ່າງເຂັ້ມຂຸ້ນ ແລະເຈດຕະນາຂອງປັກກິ່ງຄືເຮັດໃຫ້ຊ່ອງແຄບໄຕ້ຫວັນທີ່ຂັ້ນກາງລະຫວ່າງ 2ຝ່າຍ ກາຍເປັນບໍ່ເກີດຂອງຄວາມໄຮ້ສະຖຽນລະພາບໃນພາກພື້ນ

ສຳລັບເຮືອນບິນແລະເຮືອຮົບທີ່ເຂົ້າສູ່ອານາເຂດ 12ໄມລ໌ ທະເລຂອງເຮົາ ທັງທາງທະເລແລະທາງອາກາດ ກອງທັບແຫ່ງຊາດຈະໃຊ້ສິດປ້ອງກັນຕົນເອງແລະໂຈມຕີຕອບໂຕ້ໂດຍປາສະຈາກຂໍ້ຍົກເວັ້ນຕ່າງໆ ຮອງປະທານເສນາທິການທະຫານຂອງໄຕ້ຫວັນໄດ້ກ່າວ

Leave a Reply

Your email address will not be published. Required fields are marked *

You cannot copy content of this page