ທ່າບໍ່ດີ! ພົບເງີນເຟີ້ຢູໂຣບພຸ່ງສູງ ເຖິງລະດັບ 9.1% ສູງສຸດເປັນປະຫວັດສາດ
ອັດຕາເງີນເຟີ້ຂອງຢູໂຣບໂຊນເຖິງລະດັບສູງສຸດເປັນປະຫວັດສາດຮອບໃໝ່ ຈາກຂໍ້ມູນຢ່າງເປັນທາງການທີ່ເຜີຍແພ່ ເພີ່ມແຮງກົດດັນໃຫ້ທະນາຄານກາງຢູໂຣບ ( ອີຊີບີ) ປັບຂຶ້ນດອກເບ້ຍເພື່ອເພື່ອຄຸມລາຄາທີ່ພຸ່ງສູງອັນມີຕົ້ນຕໍມາຈາກສົງຄາມໃນຢູເຄຼນ
ລາຄາພະລັງງງານທີ່ພຸ່ງສູງມີຕົ້ນຕໍ່ມາຈາກປະຕິບັດການຮຸກຮານຢູເຄຼນຂອງຮັດເຊຍ ຜັກໃຫ້ອັດຕາເງີນເຟີລາຍປີຂອງຢູໂຣບໂຊນເຖິງລະດັບ 9.1% ໃນເດືອນສິງຫາ ສູງທີ່ສຸດນັບຕັ້ງແຕ່ມີິການຈົດບັນທຶກມາ ຫຼັງຈາກກ່ອນໜ້ານີ້ລາຄາຜູ້ບໍລິໂພກສູງເຖິງ 8.9% ໃນເດືອນກໍລະກົດ
ໂຍອາຄິມ ປະທານທະນາຄານກາງເຢຍລະມັນ ປິກາດທັນທີວ່າ ອີຊີບີຄວນມີແຜນສຳລັບປັບຂຶ້ນດອກເບ້ຍຢ່າງແຂງແກ່ງໃນເດືອນກັນຍາ “ບໍ່ດັ່ງນັ້ນຄາດໝາຍໄດ້ເລີຍວ່າເງີນເຟີ້ອາດຈະຝັງແໜ້ນຢູ່ເໜືອລະດັບເປົ້າໝາຍ 2% ຂອງເຮົາເປັນການຖາວອນ” ເຂົາກ່າວເຕືອນ
ຕົວເລກເງີນເຟີ້ຍັບຂຶ້ນມາຕັ້ງແຕ່ເດືອນພະຈິກ 2021ທ່າມກາງຄວາມຕຶງຄຽດຂອງຫ່ວງໂຊອຸປະທານໂລກ ຈາກນັ້ນສົງຄາມທີ່ປະທຸຂຶ້ນຢ່າງກະທັນຫັນໃນຢູເຄຼນເດືອນກຸມພາແລະລະດູຮ້ອນຂອງຢູໂຣບທີ່ກໍ່ໄພແຫ້ງແລ້ງໄດ້ສົ່ງຜົນໃຫ້ລາຄາອາຫານພຸ່ງສູງ.