ຢຸດຄາດຫວັງ 7 ເລື່ອງນີ້ແລ້ວຊີວິດຈະບໍ່ທຸກ

ຢຸດຄາດຫວັງ 7 ເລື່ອງນີ້ແລ້ວຊີວິດຈະບໍ່ທຸກ

1.ຢຸດຄາດຫວັງໃຫ້ໃຜຕໍ່ໃຜເຫັນພ້ອມກັບເຮົາ: ບາງເທື່ອກໍບໍ່ຈຳເປັນວ່າ ຈະຕ້ອງມີຄົນອື່ນເຫັນກົງກັນກັບເຮົາສະເໝີໄປ ສິ່ງທີ່ຖືກຕ້ອງດີງາມສຳລັບເຮົາ ບໍ່ຈຳເປັນຕ້ອງດີເໝາະສົມສຳລັບຄົນອື່ນພ້ອມ

2.ຢຸດຄາດຫວັງໃຫ້ໃຜມານັບຖືເຮົາ: ບໍ່ວ່າເຮົາຈະເປັນໃຜ, ມາຈາກໃສ ໃຫຍ່ໂຕພຽງໃດ ຖ້າເຮົາເຮັດໂຕບໍ່ໜ້ານັບຖືການຄາດຫວັງໃຫ້ຄົນອື່ນມານັບຖືອາດເປັນໄປບໍ່ໄດ້

3.ຢຸດຄາດຫວັງໃຫ້ໃຜຮູ້ໃຈເຮົາ: ສຽງຈົ່ມ, ຫງຸດຫງິດໃຈ ພໍເຫັນອາຫານມາວາງຕໍ່ໜ້າເປັນເຂົ້າທີ່ເພື່ອນຮ່ວມງານຊື້ມາໃຫ້ “ ບໍ່ຮູ້ຫວາວ່າຂ້ອຍກຳລັງຫິວເຂົ້າ ຖາມຫຍັງກະດໍ້” ການຄາດຫວັງໃຫ້ຄົນອື່ນມາຮູ້ໃຈທຸກຄັ້ງວ່າຕອນນີເຮົາກຳລັງຄິດ, ຮູ້ສຶກແນວໃດ, ຕ້ອງການຫຍັງ ເປັນເລື່ອງທີ່ເກືອບຈະເປັນໄປບໍ່ໄດ້ເລີຍເຊິ່ງເຮັດໃຫ້ເຮົາຕ້ອງເສຍຄວາມຮູ້ສຶກເສຍໃຈ

4.ຢຸດຄາດຫວັງໃຫ້ໃຜມາຊື່ນຊົມ: ຄົນສ່ວນໃຫຍ່ມັກຄາດຫວັງໃຫ້ເຂົາມາຊື່ນຊົມຕົນເອງ ແຕ່ຫຼາຍຄົນກໍຕ້ອງຜິດຫວັງເປັນທຸກ ເມື່ອສິ່ງທີ່ຄາດຫວັງກັບເປັນກົງກັນຂ້າມ ເຊິ່ງການເຮັດດີຈະມີໃຜເຫັນຫຼືບໍ່ເຫັນນັ້ນບໍ່ຈຳເປັນເພາະການກະທຳນັ້ນມັນດີແລ້ວ

5.ຢຸດຫວັງໃຜຄົນອື່ນຕ້ອງສົມບູນແບບໄປທັງໝົດ: ເຮົາທຸກຄົນລ້ວນມີດ້ານມືດ-ສະຫວ່າງ ຢູ່ໃນຕົນເອງ ບໍ່ມີໃຜສົມບູນແບບໄປມົດທຸກຢ່າງ ຄົນປາກຮ້າຍແຕ່ໃຈດີມີຫຼາຍ ດັ່ງນັ້ນການຄາດຫວັງໃຫ້ໃຜຕ້ອງດີທຸກຢ່າງຈອ່ງເປັນການຄາດຫວັງທີ່ຫຼາຍເກີນໄປ
6.ຢຸດຄາດຫວັງໃຫ້ຄົນອື່ນປ່ຽນແປງສິ່ງຕ່າງໆ: ການຄາດຫວັງໃຫ້ໃຜບາງຄົນຢຸດເຮັດພຶດຕິກຳບາງຢ່າງ ເຮົາອາດຈະຜິດຫວັງໄດ້ ໃຫ້ເຮົາຈື່ວ່າບໍ່ມີໃຜສາມາດປ່ຍນແປງຄົນອື່ນໄດ້ຖ້າເຂົາຄົນນັ້ນບໍ່ຍອມປ່ຽນແປງຕົນເອງ

7.ຢຸດຄາດຫວັງໃຫ້ເຂົາເປັນແບບເຮົາ: ເມື່ອເຮົາຄາດຫວັງໃຫ້ຄົນອື່ນເປັນແບບທີ່ເຮົາຢາກໃຫ້ເປັນ ເຮົາຈະເບິ່ງບໍ່ເຫັນຄຸນຂອງເຂົາເລີຍ ເຂົາອາດຈະບໍ່ສະຫຼາດແຕ່ເຂົາກໍເປັນຄົນດີ,ຊື່ສັດ ແລະມັນເປັນເລື່ອງທີ່ຄົນສະຫຼາດອາດບໍ່ມີກໍໄດ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page