ຫາກຄວາມຮັກໄປຕໍ່ບໍ່ໄດ້ ຈົ່ງຢູ່ຄົນດຽວໃຫ້ເປັນ ( ໃຫ້ຂໍ້ຄິດໄດ້ດີຫຼາຍ)
ເມື່ອຄວາມສຳພັນຈົບລົງ ຕ່າງຄົນຕ່າງໄປ ຖິ້ມໄວ້ພຽງອາດີດ ແຕ່ຫາກຝ່າຍໃດຍັງຢູ່ກັບອາດີດ ທັງທີ່ອີກຝ່າຍເຂົາບໍ່ສົນໃຈ ຄົນທີ່ເຫຼືອຢູ່ກໍມີແຕ່ຄວາມເຈັບປວດທໍລະມານຢູ່ພຽງຝ່າຍດຽວເທົ່ານັ້ນ ເຮົາຕ້ອງຢູ່ກັບຕົນເອງໃຫ້ໄດ້,ຢູ່ໃຫ້ເປັນ, ຖິ້ມອາດີດແລ້ວ Move onຕໍ່ໄປ.
1.ຍອມຮັບຄວາມຈິງ: ບໍ່ຕ້ອງໄປຄິດວ່າເຂົາຈະກັບມາ ບໍ່ຕ້ອງໄປຄິດວ່າເຂົາເປັນຫ່ວງເຮົາຢູ່ ລືມຄວາມຄິດແບບນີໄປເລີຍ ເລີກແລ້ວຄືເລີກຍອມຮັບຄວາມຈິງວ່າເຮົາເລີກກັນແລ້ວແລະຕໍ່ຈາກນີ້ເຮົາຕ້ອງຢືນໄດ້ຢ່າງເຂັ້ມແຂງດ້ວຍຕົນເອງ
2.ໃຫ້ເວລາກັບຄວາມເສຍໃຈ: ບໍ່ມີໃຜດອກເຊົາໄດ້ໃນມື້ດຽວ ໃຫ້ເວລາກັບຕົນເອງເສຍໃຈກັບມັນໃຫ້ພໍ ອ່ອນແອໃຫ້ເຕັມທີ່ແຕ່ທຸກຢ່າງຕ້ອງມີຂໍ້ຈຳກັດໃຫ້ເວລາຕົນເອງວ່າຄວາມເສຍໃຈໃນຄັ້ງນີ້ມັນຄວນດົນເເທົ່າໃດ
3.ຢ່າຢູ່ແຕ່ໃນຫ້ອງ: ຢູ່ແຕ່ໃນຫ້ອງຢູ່ບ່ອນເກົ່າໆ, ຄວາມຊົງຈຳເກົ່າໆ ເຮົາກໍບໍ່ສາມາດລືມເຂົາໄດ້ດອກ, ເຮັດສິ່ງໃໝ່ໆ, ອອກໄປໃຊ້ຊີວິດໃໝ່ໆທາງນອກໄປພົບໝູ່ເພື່ອນເບິ່ງ
4.ຢ່າປະຊົດຊີວິດ: ສິ່ງທີ່ບໍ່ຄວນເຮັດຫຼາຍທີ່ສຸດຄື ການປະຊົດຊີວິດ ຢ່າຄິດຫຍັງທີ່ສັ້ນເກີນໄປ, ການອອກໄປດື່ມໃຫ້ເວລາອາດຈະບໍ່ໄດ້ເສຍແຕ່ແຟນແຕ່ຍັງເສຍທັງວຽກງານ, ການຮຽນແລະເສຍເວລາຫຼາຍຂຶ້ນດ້ວຍ
5.ຢ່າຮຽກຮ້ອງຄວາມສົນໃຈຈາກໃຜ: ຫາກຄົນຈໄປດຶງໄວ້ເທົ່າໃດກໍບໍ່ມີຜົນ ຢຸດຮຽກຮ້ອງຄວາມສົນໃຈ ບໍ່ຕ້ອງເຮັດໂຕໃຫ້ເຂົາສົງສານບໍ່ຕ້ອງເຮັດໃຫ້ເຂົາເປັນຫ່ວງແບບນີ້ມັນດີທີ່ສຸດ
6.ຊ່ວງກາງເດືອນມັນເສົ້າ: ມັນຈະເຫົງາ, ມັນເສົ້າໂດດດ່ຽວ ເປັນກັນທຸກຄົນ ຖ້າເຮົາບໍ່ສາມາດຢູ່ຄົນດຽວໄດ້ບໍ່ຕ້ອງຝືນ, ໄປນອນກັບແມ່ຫຼືຫາສັດລ້ຽງຈັກໂຕມາຢູ່ນຳ
7.ຢຸດສ່ອງ: ບໍ່ຕ້ອງຢາກຮູ້ວ່າເຂົາເລີກກັບເຮົາແລ້ວເຂົາມີຄວາມສຸກບໍ່ , ເຂົາໄປໃສເຮັດຫຍັງບໍ່ຕ້ອງຢາກຮູ້ ສິ່ງທີ່ດີທີ່ສຸດແລະຄວນເຮັດນັ້ນຄືການຢູ່ກັບຕົນເອງ