ປາກີສະຖານຮຽກຮ້ອງອິນເດຍ ເປີດຊາຍແດນນຳອາຫານຊ່ວຍຜູ້ປະສົບໄພ
ປາກີສະຖານຮຽກຮ້ອງໃຫ້ອິນເດຍຜ່ອນຄາຍມາດຕາການຄວບຄຸມຊາຍແດນ ເພື່ອເປີດທາງໃຫ້ໜ່ວຍງານບັນເທົາທຸກນຳອາຫານແລະສິ່ງຂອງຈຳເປັນອື່ນໆ ໄປຊ່ວຍເຫຼືອຜູ້ິປະສົບໄພນ້ຳຖ້ວມໃນປາກີສະຖານ ຂະນະທີ່ຍອດຜູ້ເສຍຊີວິດລ່າສຸດເກືອບ 1.200ຄົນແລ້ວ
ລັດຖະມົນຕີປາກີສະຖານ ຖະແຫຼງວ່າ ສຳນັກງານບັນເທົາທຸກລະຫວ່າງປະເທດ ເຊິ່ງພະຍາຍາມທີ່ຈະໃຫ້ຄວາມຊ່ວຍເຫຼືອປະຊາຊົນຫຼາຍໝື່ນຄົນບໍ່ມີທີ່ຢູ່ອາໄສຈາກນ້ຳຖ້ວມໜັກໃນປາກີສະຖານ ຮຽກຮ້ອງໃຫ້ຜ່ອນມາດຕາການຄວບຄຸມການນຳເຂົ້າອາຫານຈາກອິນເດຍ ຄູ່ປັບເກົ່າແກ່ຂອງປາກີສະຖານ ໂດຍຝົນຕົກໜັກຜິດປົກກະຕິເຮັດໃຫ້ເກີດນ້ຳຖ້ວມພື້ນທີ່ 1ໃນ 3ຂອງປະເທດຈົມຢູ່ໃຕ້ນ້ຳ
ມີຜູ້ເສຍຊີວິດແລ້ວ 1.191ຄົນ ລວມທັງເດັກນ້ອຍ 380ຄົນ ບາດເຈັບຫຼາຍກວ່າ 3.500ຄົນຕັ້ງແຕ່ 14ມີຖຸນາເປັນຕົ້ນມາ ໂດຍແຂວງສິນທຸທີ ເສຍຫາຍໜັກຫຼາຍ ມີປະຊາຊົນເດືອດຮ້ອນ 1.2ລ້ານຄົນໃນແຂວງນີ້ ແລະ ພື້ນທີ່ປູກຝັງເສຍຫາຍຈາກນ້ຳຖ້ວມ 27.500ໄຮ່.
ເຊິ່ງສະຫະປະຊາຊາດຫຼື UN ຮຽກຮ້ອງໃຫ້ລະດົມທຶນ 160ລ້ານໂດລາສະຫະລັດຈາກທົ່ວໂລກເພື່ອຊ່ວຍເຫຼືອໃນສິ່ງທີ່ UN ຮຽກວ່າ “ໄພພິບັດທາງອາກາດທີ່ບໍ່ເຄີຍເກີດຂຶ້ນມາກ່ອນ”