ໄຕ້ຫວັນຍິງໂດຣນຈີນຄັ້ງແລກ ກັງວົນຈະນຳໄປສູ່ສົງຄາມເຕັມຮູບແບບ
ກະຊວງປ້ອງກັນປະເທດໄຕ້ຫວັນເປີດເຜີຍວ່າ ພົບໂດຣນ 3ລຳບິນຢູ່ເໜືອເກາະຈິນເໝີນ ໃນຈຸດທີ່ແຕກຕ່າງກັນເຮັດໃຫ້ກະຊວງປ້ອງກັນປະເທດໄດ້ເຮັດການຍິງເຕືອນໂດຣນທັງ 3ລຳດັ່ງກ່າວ
ນອກຈາກນີ້ຍັງພົບໂດຣນອີກລຳບິນຢູ່ເໜືອເກາະເອີຕານຫ່າງຈາກມົນທົນຝູຈ້ຽນໄປປະມານ 4ກິໂລແມັດ ເຮັດໃຫ້ໄຕ້ຫວັນເຮັດການຍິງລູກປືນແທ້ເພື່ອຂັບໄລ່ໂດຣນດັ່ງກ່າວອອກໄປ
ໂດຍກະຊວງຕ່າງປະເທດໄຕ້ຫວັນເປີດເຜີຍເຖິງເຫດການດັ່ງກ່າວໃນມື້ນີ້ວ່າ ໄຕ້ຫວັນມີສິດທີ່ຈະປ້ອງກັນຕົນເອງແລະໂຈມຕີຕອບໂຕ້ ຫາກໂດຣນຈາກຈີນແຜ່ນດິນໃຫຍ່ເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງເກາະ ແລະຍັງບໍ່ຍອມອອກໄປຈາກດິນແດນໄຕ້ຫວັນ ເຖິງແມ່ນວ່າຈະມີການເຕືອນໄປແລ້ວກໍຕາມ.
ຫຼິນ ເວີນຫວງ ຮອງປະທານເສນາທິການທະຫານຝ່າຍປະຕິບັດການແລະວາງແຜນແຫ່ງກອງທັບໄຕ້ຫວັນ ເປີດເຜີຍວ່າ ກອງທັບໄຕ້ຫວັນຈະດຳເນີນການດ້ວຍສິທິດຽວກັນນີ້ເພື່ອຕອບໂຕ້ໂດຣນຂອງຈີນທີ່ບໍ່ສົນໃຈຄຳເຕືອນໃຫ້ອອກໄປຈາກເຂດແດນຂອງໄຕ້ຫວັນຫຼັງມີທ່າທີຄຸກຄາມ.